ຫວຽດນາມ ອາດຈະລອດເຂົ້າ Top 10 ຄູ່ຮ່ວມມືການຄ້າໃຫຍ່ຂອງອີຢູ

(VOVWORLD) -ທ່ານນາງ ຫງວຽນກີ່ງແອງ ທູດການຄ້າຫວຽດນາມ ປະຈຳຝລັ່ງໄດ້ສະແດງຄວາມປາດຖະຫນາຢາກສືບຕໍ່ພັດທະນາການຮ່ວມມືກັບບັນດາຄູ່ຮ່ວມມື ຝລັ່ງ ໃນບັນດາຂະແຫນງເຄີຍແມ່ນທ່າແຮງຂອງ ຝລັ່ງ ຄື: ພະລັງງານ,ເຕັກໂນໂລຊີສູງຫລື ຂົງເຂດກະສິກຳ.

 ວັນທີ 4 ກັນຍາ ສະຖານທູດຫວຽດນາມ ປະຈຳ ຝລັ່ງ ໄດ້ສົມທົບກັບສະຖາບັນຄົ້ນຄ້ວາພູມສາດການເມືອງຝລັ່ງ ແລະ Foyer ຫວຽດນາມ ຈັດຕັ້ງການໂອ້ລົມສົນທະນາທາງອອນລາຍກ່ຽວກັບບັນດາກາລະໂອກາດດ້ານການຄ້າຂອງ ສັນຍາການຄ້າເສລີ ສະຫະພາບເອີລົບ - ຫວຽດນາມ (EVFTA) ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມກັບອີຢູ ເວົ້າລວມ ແລະລະຫວ່າງຫວຽດນາມ ກັບຝລັ່ງເວົ້າສະເພາະ.

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນເຂົ້າຮ່ວມໄດ້ຕີລາຄາສະພາບການເສດຖະກິດ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງຫວຽດນາມ ກໍ່ຄື ອີຢູ ພິເສດແມ່ນໃນສະພາບວິກິດການເສດຖະກິດ ຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນ ຄຽງຂ້າງນັ້ນ ແມ່ນບັນດາກາລະໂອກາດ ກໍ່ຄືສິ່ງທ້າທາຍພວມລໍຖ້າຕ້ອນຮັບບັນດາວິສາຫະກິດ ເອີລົບກໍ່ຄື ບັນດາວິສາຫະກິດ ຫວຽດນາມ.

ທ່ານ ຫງວຽນທຽບ  ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຢືນຢັນວ່າ: ສຳລັບ EVFTA ແລ້ວ, ບັນດາວິສາຫະກິດ ຝລັ່ງ ແລະເອີລົບຈະມີກາລະໂອກາດການລົງທຶນແລະດຳເນີນທຸລະກິດຫລາຍຢ່າງ ບໍ່ພຽງແຕ່ໃນຂົງເຂດດຳເນີນທຸລະກິດເດີມເທົ່ານັ້ນຫາກນັບທັງໃນບັນດາຂົງເຂດ ທີ່ຫາກໍ່ນຳໃຊ້ລະດັບຄວາມຮູ້ດ້ານວິທະຍາສາດເຕັກໂນໂລຊີສູງ ຄື ການບິນອາວະກາດ, ພະລັງງານສະອາດ,ພັດທະນາພື້ນຖານໂຄງລ່າງ… ຢູ່ຕະຫລາດ ຫວຽດນາມ ອີກດ້ວຍ.

ໃນຂະນະນັ້ນ ທ່ານນາງ ຫງວຽນກີ່ງແອງ ທູດການຄ້າຫວຽດນາມ ປະຈຳຝລັ່ງໄດ້ສະແດງຄວາມປາດຖະຫນາຢາກສືບຕໍ່ພັດທະນາການຮ່ວມມືກັບບັນດາຄູ່ຮ່ວມມື ຝລັ່ງ ໃນບັນດາຂະແຫນງເຄີຍແມ່ນທ່າແຮງຂອງ ຝລັ່ງ ຄື: ພະລັງງານ,ເຕັກໂນໂລຊີສູງຫລື ຂົງເຂດກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ