ຫວຽດ​ນາມ - ອາ​ເມ​ລິ​ກາ ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ຮັກ​ສາ​ການ​ພ​ົ​ວ​ພັນ​ດ້າ​ນ​ການ​ຄ້າ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ

(VOVWORLD) -ວັນທີ 6 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໂອ້ລົມຜ່ານທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo.
ຫວຽດ​ນາມ - ອາ​ເມ​ລິ​ກາ ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ຮັກ​ສາ​ການ​ພ​ົ​ວ​ພັນ​ດ້າ​ນ​ການ​ຄ້າ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມຜ່ານທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo (ພາບ: ກະຊວງການຕ່າງປະເທດ)

ນະທີ່ນີ້, ສອງທ່ານໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ແທດຈິງໃນທຸກຂົງເຂດ. ລັດຖະມົນຕີການຕ່າງປະເທດສອງທ່ານ ກໍເຫັນດີເພີ່ມທະວີການຮ່ວມມືບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ກົນໄກການເມືອງຂອງກັນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ແລກປ່ຽນກ່ຽວກັບເລື່ອງ ອົງການຜູ້ຕາງໜ້າດ້ານການຄ້າຂອງ ອາເມລິກາ (USTR) ພວມດຳເນີນການສືບສວນນະໂຍບາຍເງິນຕາ ແລະ ວັດຖຸດິບໄມ້ຂອງຫວຽດນາມ ຕາມມາດຕາເລກທີ 301 ຂອງ ກົດໝາຍວ່າດ້ວຍການຄ້າປີ 1974 ຂອງ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ