ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືແກ້ໄຂຜົນຢ້ອນຫຼັງຈາກສົງຄາມ

(VOVWORLD) - ທ່ານໄດ້ເນັ້ນໜັກວ່າຂົງເຂດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບບຸລິມະສິດ ແລະ ເອົາໃຈໃສ່ຊຸກຍູ້ກັບ ອາເມລິກາ.
ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືແກ້ໄຂຜົນຢ້ອນຫຼັງຈາກສົງຄາມ - ảnh 1ທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຕ້ອນຮັບທ່ານນາງ Wendy Sherman, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດອາເມລິກາ

ຕອນບ່າຍວັນທີ 13 ມິຖຸນາ, ທີ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຕ້ອນຮັບທ່ານນາງ Wendy Sherman, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດອາເມລິກາ. ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວນຈ໋ຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດ; ທ່ານໄດ້ເນັ້ນໜັກວ່າຂົງເຂດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບບຸລິມະສິດ ແລະ ເອົາໃຈໃສ່ຊຸກຍູ້ກັບ ອາເມລິກາ. ທ່ານຫວັງວ່າ, ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ ອາເມລິກາ ສືບຕໍ່ຊຸກຍູ້ສະພາແຫ່ງຊາດ ແລະ ລັດຖະບານ ອາເມລິກາ ເພື່ອສະໜັບສະໜູນບັນດາຂົງເຂດຮ່ວມມືດ້ານປ້ອງກັນຊາດ ທີ່ພວມຜັນຂະຫຍາຍລະຫວ່າງ 2 ປະເທດ, ສຸມໃສ່ບຸລິມະສິດໜູນຊ່ວຍດ້ານງົບປະມານໃຫ້ບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ ທີ່ພວມໄດ້ຮັບການຜັນຂະຫຍາຍ, ໃນນັ້ນ, ບຸລິມະສິດສຸມໃສ່ຍູ້ແຮງຄວາມຄືບໜ້າໂຄງການລ້າງສານພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ ໄລຍະ 1, ສືບຕໍ່ລະດົມແຫຼ່ງກຳລັງໃຫ້ແກ່ການຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຊອກຫາ, ເຕົ້າໂຮມອັດຖິນັບຮົບເສຍສະຫຼະຊີດວິດເພື່ອຊາດ ຫວຽດນາມ; ເອົາໃຈໃສ່ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງແຮງຮັກສາສັນຕິພາບ ສປຊ.

        ສ່ວນທ່ານນາງ Wendy Sherman, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ: ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງສົງຄາມແມ່ນພື້ນຖານໃນການພົວພັນສອງປະເທດ; ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ກ່ຽວກັບການສຶກສາ, ຍົກສູງກຳລັງຄວາມສາມາດໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ