ຫວຽດນາມ ຮັບການຖ່າຍທອດເຕັກໂນໂລຢີຜະລິດວັກຊິນ Sputnik V ຂອງ ລັດເຊຍ
(VOVWORLD) -ສອງຝ່າຍຢັ້ງຢືນວ່າ ຈະມານະພະຍາຍາມຊີ້ນຳບັນດາກະຊວງ, ຂະແໜງການສຸມໃສ່ຜັນຂະຫຍາຍບົດບັນທຶກກອງປະຊຸມ, ເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມືຄະນະກຳມະການລະຫວ່າງລັດຖະບານ, ໃນນັ້ນສຸມໃສ່ຂົງເຂດປາຍແຫຼມ ແລະ ເປັນມູນເຊື້ອຂອງສອງປະເທດ.
ການເຮັດວຽກລະຫວ່າງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ແລະ ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Dmitry Chernyshenko |
ໃນຂອບເຂດການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢ່າງເປັນທາງການ, ຕອນບ່າຍວັນທີ 01 ທັນວາ, ຢູ່ສຳນັກງານລັດຖະບານ ລັດເຊຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ໄດ້ມີການເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Dmitry Chernyshenko. ສອງຝ່າຍຢັ້ງຢືນວ່າ ຈະມານະພະຍາຍາມຊີ້ນຳບັນດາກະຊວງ, ຂະແໜງການສຸມໃສ່ຜັນຂະຫຍາຍບົດບັນທຶກກອງປະຊຸມ, ເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມືຄະນະກຳມະການລະຫວ່າງລັດຖະບານ, ໃນນັ້ນສຸມໃສ່ຂົງເຂດປາຍແຫຼມ ແລະ ເປັນມູນເຊື້ອຂອງສອງປະເທດ.
ພາຍຫຼັງການພົບປະ, ການນຳສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືບາງສະບັບລະຫວ່າງສອງປະເທດໃນຂົງເຂດພະລັງງານ, ນ້ຳມັນອາຍແກັດ, ວັດທະນະທຳ ແລະ ສາທາລະນະສຸກ. ກຸ່ມບໍລິສັດ T&T ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບກອງທຶນລົງທຶນໂດຍກົງ ລັດເຊຍ (RDIF) ແລະ ກຸ່ມບໍລິສັດ Binnopharm ກ່ຽວກັບການຖ່າຍທອດເຕັກໂນໂລຢີຜະລິດ, ສ້າງຮາກຖານຜະລິດວັກຊິນກັນພະຍາດໂຄວິດ - 19 Sputnik V ຄົບວົງຈອນ ຢູ່ ຫວຽດນາມ; ພ້ອມທັງຖ່າຍທອດເຕັກໂນໂລຢີຜະລິດ, ສ້າງຕັ້ງສູນຄົ້ນຄວ້າ ແລະ ຮາກຖານຜະລິດຄົບວົງຈອນຢູ່ ຫວຽດນາມ ເພື່ອຜະລິດຜະລິດຕະພັນການຢາຮັບໃຊ້ໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຜະລິດຕະພັນການຢາຊະນິດອື່ນໆອີກດ້ວຍ.