ຫວຽດນາມ ຮັບປະກັນຄວາມປອດໄພດ້ານສະບຽງອາຫານ

(VOVWORLD) -ໃນໄລຍະ 10 ເດືອນຕົ້ນປີ 2022, ຍອດວົງເງິນນຳເຂົ້າ - ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຂອງ ຫວຽດນາມ ຄາດວ່າບັນລຸ 82,1 ຕື້ USD
ຫວຽດນາມ ຮັບປະກັນຄວາມປອດໄພດ້ານສະບຽງອາຫານ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ
(ພາບ: mofa.gov.vn)

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ເຊິ່ງດຳເນີນໃນຕອນບ່າຍວັນທີ 03 ພະຈິກ, ຕໍ່ໜ້າແຫຼ່ງຂ່າວທີ່ວ່າ ຫວຽດນາມ ອາດຈະຖືກຜົນສະທ້ອນເຖິງການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ເມື່ອບັນດາການເຄື່ອນໄຫວສົ່ງອອກ - ນຳເຂົ້າທັນຍາຫານຂອງ ລັດເຊຍ ຖືກຂາດວັກຂາດຕອນ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຢືນຢັນວ່າ, ຫວຽດນາມ ບໍ່ພຽງແຕ່ຮັບປະກັນຄວາມຕ້ອງການດ້ານທັນຍາຫານຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າຄວາມມານະພະຍາຍາມລວມ ເພື່ອສະກັດກັ້ນສິ່ງທ້າທາຍດ້ານສະບຽງອາຫານທົ່ວໂລກອີກດ້ວຍ.

“ຍາມໃດ ລັດຖະບານ ຫວຽດນາມ ກໍ່ເອົາໃຈໃສ່, ຖືການຮັບປະກັນຄວາມປອດໄພດ້ານສະບຽງອາຫານແຫ່ງຊາດ ແມ່ນໜ້າທີ່ສຳຄັນພິເສດ ໃນວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ, ຮັບປະກັນຄວາມສະຖຽນລະພາບ, ການພັດທະນາແບບຍືນຍົງຂອງປະເທດຊາດ. ຕາມການສະຖິຕິ, ຫວຽດນາມ ຜະລິດເຂົ້າສານໄດ້ 41-43 ລ້ານໂຕນ ແລະ ຊີ້ນຊະນິດຕ່າງໆ 6,5 ລ້ານໂຕນ, ຕອບສະໜອງໄດ້ຄວາມຕ້ອງການຢູ່ພາຍໃນປະເທດຢ່າງພຽງພໍ. ພ້ອມທັງ, ດ້ວຍບົດບາດເປັນປະເທດສົ່ງອອກຜະລິດຕະພັນກະເສດແຖວໜ້າໂລກ, ຫວຽດນາມ ກໍ່ປະກອບສ່ວນສຳຄັນທີ່ສຸດ ເຂົ້າໃນຄວາມມານະພະຍາຍາມລວມ ຕໍ່ໜ້າສິ່ງທ້າທາຍກ່ຽວກັບການຮັບປະກັນຄວາມປອດໄພດ້ານສະບຽງອາຫານ. ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ ແລະ ປະຊາຄົມສາກົນ, ຍາມໃດ ຫວຽດນາມ ກໍ່ກຽມພ້ອມແບ່ງປັນບົດຮຽນກ່ຽວກັບການ ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ປາດຖະໜາວ່າ ບັນດາປະເທດເພີ່ມທະວີການຮ່ວມມືກັບສາກົນ, ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນຫາດັ່ງກ່າວ”.

ຕາມການສະຖິຕິຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນໄລຍະ 10 ເດືອນຕົ້ນປີ 2022, ຍອດວົງເງິນນຳເຂົ້າ - ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຂອງ ຫວຽດນາມ ຄາດວ່າບັນລຸ 82,1 ຕື້ USD, ເພີ່ມຂຶ້ນເກືອບ 10,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ