ຫວຽດນາມ ຮຽກຮ້ອງຢຸດຕິບັນດາການເຄື່ອນໄຫວຊ້ອມຮົບຍິງລູກປືນແທ້ໃນເກາະ ບາບິ່ງ

(VOVWORLD) - ເລື່ອງ ໄຕ້ຫວັນ (ປະເທດຈີນ) ສືບຕໍ່ທຳການຊ້ອມຮົບຍິງລູກປືນແທ້ຢູ່ເກາະບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ, ບ່ອນທີ່ ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກຳ
ຫວຽດນາມ ຮຽກຮ້ອງຢຸດຕິບັນດາການເຄື່ອນໄຫວຊ້ອມຮົບຍິງລູກປືນແທ້ໃນເກາະ ບາບິ່ງ - ảnh 1ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຫງວຽນເຟືອງຈ່າ

 ໃນການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ເມື່ອວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບເລື່ອງໃນໄລຍະມໍ່ໆມານີ້ ໄຕ້ຫວັນ (ປະເທດຈີນ) ໄດ້ທຳການຊ້ອມຮົບຍິງລູກປືນແທ້, ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຫງວຽນເຟືອງຈ່າ ໃຫ້ຮູ້ວ່າ: ເລື່ອງ ໄຕ້ຫວັນ (ປະເທດຈີນ) ສືບຕໍ່ທຳການຊ້ອມຮົບຍິງລູກປືນແທ້ຢູ່ເກາະບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ, ບ່ອນທີ່ ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກຳ ແລະ ປະຫວັດສາດຢັ້ງຢືນອະທິປະໄຕນັ້ນ, ແມ່ນການລະເມີດອະທິປະໄຕຂອງ ຫວຽດນາມ ຢ່າງຮ້າຍແຮງ, ນາບຂູ່ເຖິງຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນໃນພາກພື້ນ, ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ອີກຄັ້ງໜຶ່ງ, ຫວຽດນາມເດັດດ່ຽວຄັດຄ້ານການກະທຳດັ່ງກ່າວ ແລະ ຮຽກຮ້ອງໃຫ້ ໄຕ້ຫວັນ (ປະເທດຈີນ) ຢຸດຕິບັນດາການກະທຳນີ້ ແລະ ບໍ່ດຳເນີນບັນດາການກະທຳທີ່ຄ້າຍຄືກັນໃນອະນາຄົດອີກ.

        ກ່ຽວຂ້ອງເຖິງເລື່ອງບໍລິສັດ Monsanto ຕ້ອງຊົດເຊີຍຈຳນວນເງິນ 289 ລ້ານ USD ຍ້ອນຢາຂ້າຫຍ້າກໍ່ໃຫ້ເກີດພະຍາດມະເຮັງ, ທ່ານນາງ ຫງວຽນເຟືອງຈ່າ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າສະໜັບສະໜູນຄຳຕັດສິນຂອງສານ San Francisco ເມື່ອວັນທີ 10 ສິງຫາບັງຄັບໃຫ້ບໍລິສັດ Monsanto ຕ້ອງຊົດເຊີຍໃຫ້ແກ່ພົນລະເມືອງ ອາເມລິກາ ກ່ຽວກັບຜົນກະທົບຈາກຢາຂ້າຫຍ້າເຖິງສຸຂະພາບຂອງພົນລະເມືອງຜູ້ນີ້. ພວກຂ້າພະເຈົ້າຖືວ່າ, ບໍລິສັດ Monsanto ກໍ່ມີຄວາມຮັບຜິດຊອບຕ້ອງຊົດເຊີຍກ່ຽວກັບບັນດາຜົນຮ້າຍຈາກຢາຂ້າຫຍ້າເຊິ່ງບໍລິສັດນີ້ສະໜອງ, ກໍ່ໃຫ້ເກີດສຳລັບບັນດາຜູ້ປະສົບເຄາະຮ້າຍທີ່ຖືກຜົນສະທ້ອນຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ