ຫວຽດນາມ ຮຽກຮ້ອງໃຫ້ ອິດສະລາແອັນຢຸດການເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່
(VOVWORLD) -ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ ອິດສະລາແອັນ ຢຸດທຳລາຍ ແລະ ຢຶດເອົາຊັບສົມບັດຂອງປະຊາຊົນ ປາແລັດສະຕິນ, ປະຕິບັດບັນດາພັນທະຕາມກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສ.ປ.ຊ, ໃນນັ້ນມີມະຕິເລກທີ 2334 ຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ.
ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ: TTXVN) |
ໃນວັນທີ 29 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດການປະຊຸມກ່ຽວກັບສະພາບການຢູ່ ຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ. ທີ່ການປະຊຸມ, ຫຼາຍປະເທດກຳມະການຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງ ອິດສະລາແອັນ ສືບຕໍ່ເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ ແລະ ທຳລາຍເຮືອນຊານບ້ານຊ່ອງຂອງປະຊາຊົນ ປາແລັດສະຕິນ ຢູ່ບັນດາເຂດແດນດິນທີ່ຢືດຄອງ, ລະເມີດມະຕິເລກທີ 2334 ຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ.
ກ່າວຄຳຫັນທີ່ການປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາຄວາມຫຍຸ້ງຍາກຮອບດ້ານເຊິ່ງປະຊາຊົນ ປາແລັດສະຕິນ ພວມປະເຊີນໜ້າ, ໃນນັ້ນມີຜົນກະທົບຈາກໂລກລະບາດໂຄວິດ-19 ແລະ ສະພາບການດ້ານມະນຸດສະທຳ; ທ່ານ ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ໜູນຊ່ວຍໃຫ້ແກ່ປະຊາຊົນ ປາແລັດສະຕິນ ຜ່ານຜ່າຄວາມຫຍຸ້ງຍາກ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ ອິດສະລາແອັນ ຢຸດທຳລາຍ ແລະ ຢຶດເອົາຊັບສົມບັດຂອງປະຊາຊົນ ປາແລັດສະຕິນ, ປະຕິບັດບັນດາພັນທະຕາມກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສ.ປ.ຊ, ໃນນັ້ນມີມະຕິເລກທີ 2334 ຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ.