ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ສືບ​ຕໍ່​ໜູນ​ຊ່ວຍ​ມຽນ​ມາ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ສ້າງ​ສ​ະ​ພາບ​ການ​​ໃຫ້​ມີສະ​ຖຽນ​ລະ​ພາບ

(VOVWORLD) - ວັນທີ 31 ມີນາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຢູ່ ມຽນມາ ດ້ວຍຮູບການທາງອອນລາຍ. ນີ້ແມ່ນກອງປະຊຸມຄັ້ງທີ 3 ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວເລື່ອງດັ່ງກ່າວໃນເວລາກ່ວາ 1 ເດືອນທີ່ຜ່ານມາ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ສືບ​ຕໍ່​ໜູນ​ຊ່ວຍ​ມຽນ​ມາ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ສ້າງ​ສ​ະ​ພາບ​ການ​​ໃຫ້​ມີສະ​ຖຽນ​ລະ​ພາບ - ảnh 1ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຂອງ ຫວຽດນາມ ຕໍ່ສະພາບການບິນຂັ້ນໄດໃນການໃຊ້ຄວາມຮຸນແຮງຢູ່ ມຽນມາ, ໃນນັ້ນມີບັນດາເຫດການທີ່ດຳເນີນໃນວັນທີ 27 ມີນາ ທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດໄດ້ກ່າວປະນາມ ແລະ ຮຽກຮ້ອງໃຫ້ຢຸດຕິບັນດາການໃຊ້ຄວາມຮຸນແຮງທີ່ເລັ່ງໃສ່ສາມັນຊົນຢ່າງທັນການ. ຜູ້ຕາງໜ້າ ຫວຽດນາມ ຖືວ່າ ບຸລິມະສິດແຖວໜ້າໃນປັດຈຸບັນແມ່ນຮັບປະກັນຄວາມໝັ້ນຄົງ, ປອດໄພໃຫ້ແກ່ສາມັນຊົນ ແລະ ໜູນຊ່ວຍດ້ານມະນຸດສະທຳບໍ່ຖືກກີດຂວາງ ໃຫ້ແກ່ບັນດາຜູ້ຕ້ອງການໄດ້ຮັບການໜູນຊ່ວຍ, ເປັນຕົ້ນແມ່ນກຸ່ມທີ່ມີຄວາມສ່ຽງໃນສັງຄົມ.

        ທ່ານເອກອັກຄະລັດຖະທູດ ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການໂອ້ລົມສົນທະນາ, ການປ່ອງດ່ອງ, ການຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ດ້ວຍຈຸດສຸມແມ່ນປະຊາຊົນ, ໃນການຊອກຫາວິທີການໃຫ້ແກ່ສະພາບການຄືໃນປັດຈຸບັນ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບຂອງ ມຽນມາ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ