ຫວຽດນາມ ເຂົ້າຮ່ວມ ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຢີ ຂອງສະຫະປະຊາຊາດ

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຢີ ຂອງສະຫະປະຊາຊາດ - ảnh 1
ທ່ານຜູ້ອຳນວຍການ​ອົງການ​ WIPO Francis Gurry ແລະ ທ່ານ​ລັດຖະມົນຕີ​ Nguyen Quan
(ພາບ: vietnamplus.vn)

(vovworld) - ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຫວຽດນາມ Nguyen Quan ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ການ​ພັດທະນາ​ດ້ວຍ​ຫົວ​ຂໍ້​ວ່າ: “ການ​ນຳ​ໃຊ້​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຢີ ​ເພື່ອ​ແກ້​ໄຂ​ບັນດາ​ການ​ທ້າ​ທາຍ​ຕໍ່​ການພັດທະນາ” ​ແຕ່​ວັນ​ທີ 21 – 25/5 ຢູ່​ສຳ​ນັກ​ງານ​ສະຫະ​ປະຊາ​ຊາດ ຢູ່​ເຊີ​ແນວ ປະ​ເທດສະ​ວິດ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶ​ກສາ​ຫາລື​ໂຕະມົນ​ຂັ້ນ​ລັດຖະມົນຕີ​ເມື່ອ​ວັນ​ທີ 21/5, ທ່ານລັດຖະມົນຕີ​ Nguyen Quan ​ໄດ້​ຊີ້​ແຈງ​ບາງ​ຜົນງານ​ກ່ຽວກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີສຳຄັນ ປະ​ກອບ​ສ່ວນຫຼາຍ​ພໍ​ສົມຄວນ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ເສດ​ຖະກິດ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ວັນ​ທີ 22/5, ຢູ່ນອກ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ Nguyen Quan ​ໄດ້​ມີ​ການ​ເຮັດ​ວຽກ​ກັບ ທ່ານ Francis Gurry, ​ຜູ້ອຳນວຍການ​ອົງການ​ຊັບ​ສິນ​ທາງ​ປັນຍາ​ສະຫະ​ປະຊາ​ຊາດ (ຫຼື WIPO). ທ່ານ​ລັດຖະມົນຕີ​ສະ​ເໜີ​ວ່າ: ຜູ້ອຳນວຍການ​ໃຫຍ່ WIPO  ຊ່ວຍ​ເຫຼືອ ຫວຽດນາມ 4 ບັນຫາ​ຄື: ກໍ​ສ້າງ ​ແລະ ຜັນ​ຂະຫຍາຍ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນ​ຍາ, ​ເຊິ່ງ​ແມ່ນ​ເນື້ອ​ໃນ​ໜຶ່ງ​ນອນ​ໃນ “ຍຸດ​ທະ​ສາດ​ພັດທະນາ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ໄລຍະ 2011 - 2020”, ສ້າງ 3 ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ກະສິກຳ, ກໍ່ສ້າງ​ສູນ​ພັດທະນາ​ຊັບ​ສິນ​ທາງ​ປັນຍາ ຢູ່​ເຂດ​​ເຕັກ​ໂນ​ໂລ​ຢີສູງ ຮ່ວາ​ລາກ, ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ຜູ້ອຳນວຍການ​ໃຫຍ່ WIPO ສະໜັບສະໜູນ​ຫວຽດນາມ ກໍ່ສ້າງ ​ແລະ ພັດທະນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນຍາ ​ເພື່ອ​ແນ​ໃສ່​ນຳ ​ຊັບ​ສິນ​ທາງ​ປັນຍາ​ກາ​ຍ​ເປັນ​ເຄື່ອງມື​ເພື່ອ​ພັດທະນາ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ​ເສດຖະກິດ - ສັງຄົມ ​ແລະ ວັດທະນະທຳ​ຢ່າງ​ແທ້​ຈິງ. ທ່ານ​ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: WIPO ຈະ​ຊ່ວຍ​ເຫຼືອ​ຫວຽດນາມ ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ພັດທະນາ​ເຄື່ອງ​ໝາຍ​ການ​ຄ້າ​ໃຫ້​ແກ່ ວິ​ສາ​ຫະກິດ 3 ​ແຫ່ງ​ທີ່​ດີ​ເດັ່ນ ​ເພື່ອ​ເປັນ​ແບບຢ່າງ ທະວີ​ຄຸນ​ຢ່າງ​ກ້ວາງ​ແຂ​ວງ​ໃຫ້​ວິ​ສາ​ຫະກິດ​ອື່ນໆ, ພ້ອມ​ທັງ​ຢືນຢັນ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ກໍ່ສ້າງ​ສູນ​ພັດທະນາ​​ຊັບ​ສິນ​ທາງ​ປັນຍາ ຢູ່​ເຂດ​ເຕັກ​​ໂນ​ໂລ​ຢີສູງ ຮ່ວາ​ລາກ.

ຂ່າວ/ບົດ​ອື່ນ