ຫວຽດນາມ ເຂົ້າຮ່ວມ ການເຈລະຈາອາຊຽນ - ອາເມລິກາ ຄັ້ງທີ 27
ການເຈລະຈາ ອາຊຽນ - ອາເມລິກາ ຄັ້ງທີ 27
(ພາບ: TTXVN)
(vovworld) – ບັນດາກອງປະຊຸມ SOM ອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ຖືກດຳເນີນໄປຢູ່ Yangon, ປະເທດມຽນມາ ແຕ່ວັນທີ 07 – 10/06 ໄດ້ສິ້ນສຸດລົງໃນຕອນບ່າຍວັນທີ 10/06. ບັນດາກອງປະຊຸມໄດ້ສຳເລັດໂດຍພື້ນຖານການກະກຽມກ່ຽວກັບເນື້ອໃນ, ການຈັດຕັ້ງ, ໂຄງການດຳເນີນງານໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມືເຊິ່ງຈະຖືກຈັດຂຶ້ນໃນຕົ້ນເດືອນ 08 ຈະມາເຖິງ. ໃນວັນທີ 10/06, ກອງປະຊຸມເຈລະຈາອາຊຽນ - ອາເມລິກາ ຄັ້ງທີ 27 ຖືກດຳເນີນໄປເພື່ອແນໃສ່ແລກປ່ຽນບັນດາບັນຫາພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ - ອາເມລິກາ ໃນເດືອນ 08 ຈະມາເຖິງ ແລະ ກອງປະຊຸມສຸດຍອດອາຊຽນ - ອາເມລິກາ ຄັ້ງທີ 2 ໃນທ້າຍປີ 2014. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຟ້າມກວາງວິງ ໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນລະຫວ່າງອາຊຽນ - ອາເມລິກາ, ເລື່ອງອາເມລິກາ ສະໜັບສະໜູນອາຊຽນ ສ້າງປະຊາຄົມ, ເພີ່ມທະວີການເຊື່ອມຈອດ ແລະ ເສີມຂະຫຍາຍບົດບາດໃຈກາງຢູ່ພາກພື້ນ… ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວິງ ຊີ້ແຈ້ງວ່າ ເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ແລະ ນຳກຳປັ່ນປ້ອງກັນເຂົ້າເຂດໄຫຼ່ທະວີບ ແລະ ເຂດເສດຖະກິດຈຳເພາະຂອງຫວຽດນາມ ຢ່າງຜິດກົດໝາຍ ແລະ ໄດ້ມີບັນດາການກະທຳເກາະຜິດ, ຕັ້ງໃຈຕຳກຳປັ່ນຂອງຫວຽດນາມ ເຮັດໃຫ້ກຳປັ່ນກວດກາການປະມົງ, ບັນດາກຳປັ່ນຕຳຫຼວດທະເລ, ບັນດາກຳປັ່ນຂອງຊາວປະມົງຫວຽດນາມ ຖືກເປ່ເພ, ລະເມີດກົດໝາຍສາກົນຢ່າງຮ້າຍແຮງ. ຫວຽດນາມ ຕັດສິນໃຈປົກປັກຮັກສາອະທິປະໄຕ ແລະ ເຂດນ່ານທະເລຂອງຕົນ, ຮຽກຮ້ອງຈີນ ຖອນຮ້ານເຈາະນ້ຳມັນ ແລະ ບັນດາກຳປັ່ນປ້ອງກັນອອກຈາກເຂດທະເລຂອງຫວຽດນາມ, ຫວຽດນາມ ຢືດໝັ້ນດຳເນີນການເຈລະຈາ ແລະ ນຳໃຊ້ບັນດາມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ.