(vovworld) – ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນບັນດາບັນຫາປ້ອງກັນຄວາມສະຫງົບ ແລະ ພັດທະນາສາກົນ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ທີ່ການພົບປະກັບຄະນະທູຕານຸທຸດ ເນື່ອງໃນໂອກາດປີໃໝ່ ປີມະແມ 2015, ເຊິ່ງດຳເນີນໃນຕອນຄໍ່າວັນທີ 04/02 ຢູ່ຮ່າໂນ້ຍ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ປີ 2014, ພ້ອມກັບການຮັບປະກັນເສດຖະກິດມະຫາພາກ, ຮັບປະກັນຊີວິດສັງຄົມແລ້ວ, ຫວຽດນາມ ກໍ່ຮັດແໜ້ນການພົວພັນຮ່ວມມືມິດຕະພາບ ແລະ ມີປະສິດທິຜົນກັບຫຼາຍປະເທດກວ່າອີກ.
“ປີ 2014, ຫວຽດນາມ ຮັດແໜ້ນການພົວພັນມິດຕະພາບ ແລະ ມີປະສິດທິຜົນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃນພາກພື້ນ, ປະເທດໃຫຍ່, ປະເທດເພື່ອນມິດທີ່ເປັນມູນເຊື້ອ, ການພົວພັນລົງທຶນຂອງຫວຽດນາມ ກັບຫຼາຍປະເທດລ້ວນແຕ່ເພີ່ມທະວີກວ່າອີກ. ການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດປ້ອງກັນຄວາມສະຫງົບກັບບັນດາປະເທດສືບຕໍ່ໄດ້ຮັບການປັບປຸງ. ເລື່ອງຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າເສດຖະກິດສາກົນ, ໄດ້ປະກອບສ່ວນເຂົ້າໃນບັນດາບັນຫາປ້ອງກັນຄວາມສະຫງົບ, ການພັດທະນາລວມຂອງພາກພື້ນ ແລະ ຢູ່ໃນໂລກຢ່າງຕັ້ງໜ້າກວ່າ”.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ, ປີ 2015, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ນຳການພົວພັນເຂົ້າສູ່ລວງເລິກ, ມີປະສິດທິຜົນ; ເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ…. ທ່ານຮອງນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ, ບັນດາປະເທດຕ້ອງເຄົາລົບຜົນປະໂຫຍດຂອງກັນ, ເຄົາລົບກົດໝາຍສາກົນ, ສະແດງໃຫ້ເຫັນເຈດຈຳນົງຮ່ວມມື, ມຸ່ງໄປເຖິງຈຸດໝາຍສັນຕິພາບ ແລະ ພັດທະນາໃຫ້ທຸກໆປະເທດ. ທ່ານເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ມາຣົກ, ຫົວໜ້າຄະນະທູຕານຸທູດ El Houcine Fardani ຢືນຢັນຄືນໃໝ່ຄວາມມຸ່ງມາດປາດຖະໜາຕັດສິນໃຈພັດທະນາ ແລະ ຍູ້ແຮງການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ ກໍ່ຄືກັບບັນດາອົງການຈັດຕັ້ງສາກົນ, ຜ່ານການຮ່ວມມືສັນຕິພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.