ຫວຽດນາມ ເຂົ້າຮ່ວມ ວາລະປຶກສາຫາລືຂັ້ນສູງຜ່ານທາງອອນລາຍຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ
(VOVWORLD) -ໃນວັນທີ 3 ພະຈິກ, ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຜ່ານທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້: “ກໍ່ສ້າງ ແລະ ຮັກສາສັນຕິພາບ: ບັນດາປັດໃຈທີ່ກໍ່ໃຫ້ເກີດການປະທະກັນ ແລະ ຂາດຄວາມໝັ້ນຄົງ”.
ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN) |
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ເລຮ່ວາຍຈຸງ ຖືວ່າ ຄວນສ້າງບັນດາສາຍພົວພັນມິດຕະພາບລະຫວ່າງບັນດາປະເທດ ແລະ ວັດທະນະທຳເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ຕາມນັ້ນແລ້ວ, ຄວນເຊີດຊູລັດທິຫຼາຍຝ່າຍດ້ວຍບົດບາດເປັນໃຈກາງຂອງສະຫະປະຊາຊາດໃນການຮ່ວມມືສາກົນ. ພ້ອມກັນນັ້ນ, ສະພາຄວາມໝັ້ນຄົງ ຄວນເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂບັນດາສາຍເຫດຕົ້ນຕໍຂອງການປະທະກັນ ແລະ ຂາດຄວາມໝັ້ນຄົງ, ລວມມີການເຂົ້າຮ່ວມບັນດາໄລຍະທັງໝົດຂອງການປະທະກັນຈາກການສະກັດກັ້ນ, ກ່າວເຕືອນໂດຍໄວຕະຫຼອດຮອດການສະເໜີມາດຕະການ, ຈາກການຟື້ນຟູຕະຫຼອດຮອດການພັດທະນາແບບຍືນຍົງພາຍຫຼັງການປະທະກັນ. ເນື່ອງໃນໂອກາດນີ້, ທ່ານ ເລຮ່ວາຍຈຸງ ຢັ້ງຢືນວ່າ: ຫວຽດນາມ ໄດ້, ພວມ ແລະ ຈະເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ກຽມພ້ອມປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນແນໃສ່ຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ.