ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງ ສປຊ ກ່ຽວກັບການຮ່ວມມືໃຕ້-ໃຕ້ ຄັ້ງທີ 2

(VOVWORLD) - ຫວຽດນາມ ໄດ້ ແລະ ພວມສືບຕໍ່ແບ່ງປັນກັບບັນດາປະເທດພວມພັດທະນາບັນດາບົດຮຽນໃນການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ; ພ້ອມທັງເນັ້ນໜັກວ່າ ການຮ່ວມມືໃຕ້ - ໃຕ້ ຄວນສືບຕໍ່ເພີ່ມທະວີຄວາມສາມັກຄີ, ທັດສະນະແລະ ຜົນປະໂຫຍດລວມຂອງບັນດາປະເທດພວມພັດທະນາໃນບັນດາບັນຫາທົ່ວໂລກ
ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງ ສປຊ ກ່ຽວກັບການຮ່ວມມືໃຕ້-ໃຕ້ ຄັ້ງທີ 2 - ảnh 1 ກອງປະຊຸມຂັ້ນສູງສະຫະປະຊາຊາດກ່ຽວກັບການຮ່ວມມືໃຕ້ - ໃຕ້ ຄັ້ງທີ 2 (ພາບ: TTXVN)

ກອງປະຊຸມຂັ້ນສູງສະຫະປະຊາຊາດກ່ຽວກັບການຮ່ວມມືໃຕ້ - ໃຕ້ ຄັ້ງທີ 2 (PABA + 40) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ມີນາ, ຢູ່ນະຄອນຫລວງ Buenos Aires, ປະເທດ ອາກຊັງຕິນ ດ້ວຍການເຂົ້າຮ່ວມຂອງປະມຸກລັດບາງທ່ານ, ຄະນະປະຕິບັດງານຂັ້ນສູງ ແລະ ຜູ້ຕາງໜ້າຂອງ 193 ປະເທດໃນໂລກ, ກໍ່ຄືບັນດາອົງການຈັດຕັ້ງສາກົນ.

        ໃນຂອບເຂດກອງປະຊຸມ, ບັນດາປະເທດໄດ້ປຶກສາຫາລືກ່ຽວກັບແຜນການດຳເນີນງານ Buenos Aires ໃໝ່, ໃນນັ້ນ ສຸມໃສ່ເຂົ້າໃນ 17 ເປົ້າໝາຍເຖິງປີ 2030 ທີ່ກ່ຽວຂ້ອງເຖິງບັນດາບັນຫາຄື: ຫລຸດຜ່ອນຄວາມທຸກຍາກ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ບັນຫາສາທາລະນະສຸກ ຫຼື ການປ່ຽນແປງຂອງດິນຟ້າອາກາດ…

        ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ຖືເປັນສຳຄັນການຮ່ວມມືໃຕ້ - ໃຕ້; ຕັ້ງໜ້າຊຸກຍູ້ການຮ່ວມມືພັດທະນາກັບບັນດາປະເທດພວມພັດທະນາໃນຂອບເຂດ 2 ຝ່າຍ, ອະນຸພາກພື້ນແມ່ນ້ຳຂອງ, ອາຊຽນ ແລະ ພາກພື້ນຕ່າງໆ.

        ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບູຍແທງເຊີນ ກໍ່ຢືນຢັນວ່າ ຫວຽດນາມ ໄດ້ ແລະ ພວມສືບຕໍ່ແບ່ງປັນກັບບັນດາປະເທດພວມພັດທະນາບັນດາບົດຮຽນໃນການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ; ພ້ອມທັງເນັ້ນໜັກວ່າ ການຮ່ວມມືໃຕ້ - ໃຕ້ ຄວນສືບຕໍ່ເພີ່ມທະວີຄວາມສາມັກຄີ, ທັດສະນະແລະ ຜົນປະໂຫຍດລວມຂອງບັນດາປະເທດພວມພັດທະນາໃນບັນດາບັນຫາທົ່ວໂລກ, ເປັນຕົ້ນແມ່ນຊຸກຍູ້ລັດທິຫລາຍຝ່າຍ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). ທ່ານ ບູຍແທງເຊີນ ກໍ່ສະເໜີສະຫະປະຊາຊາດ ແລະ ບັນດາອົງການພັດທະນາສືບຕໍ່ໜູນຊ່ວຍການຮ່ວມມືໃຕ້ - ໃຕ້ ເພື່ອໂລກແຫ່ງສັນຕິພາບ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ