ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະກຳມະການຫຼຸດຜ່ອນກຳລັງທັບ ແລະ ປ້ອງກັນຄວາມສະຫງົບສາກົນ

(VOVWORLD) - ແຕ່ວັນທີ 02 – 10 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ, ໄດ້ດຳເນີນກອງປະຊຸມປຶກສາຫາລືລວມຂອງຄະນະກຳມະການ ແລະ ປ້ອງກັນຄວາມສະຫງົບສາກົນ (ຄະນະກຳມະການ 1), ໃນຂອບເຂດກອງປະຊຸມ ຄັ້ງທີ 72 ຂອງສະມັດຊາໃຫຍ່ສະຫະປະຊາຊາດ. 
ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະກຳມະການຫຼຸດຜ່ອນກຳລັງທັບ ແລະ ປ້ອງກັນຄວາມສະຫງົບສາກົນ  - ảnh 1ເອກອັກຄະລັດຖະທູດ ຫງວຽນເຟືອງງາ ທີ່ກອງປະຊຸມ 

ກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ Miroslav Lajcak ໄດ້ຕັ້ງຂໍ້ສັງເກດວ່າໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ ຊຶ່ງໂລກພວມຕ້ອງປະເຊີນໜ້ານັບແຕ່ສະໄໝສົງຄາມເຢັນແມ່ນວິກິດການອາວຸດນິວເຄຼຍ, ພ້ອມທັງຮຽກຮ້ອງບັນດາປະເທດເພີ່ມທະວີຄຳໝັ້ນສັນຍາການເມືອງ ເພື່ອນແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມຫຼຸດຜ່ອນກຳລັງທັບ ແລະ ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ ບົນພື້ນຖານສົນທິສັນຍາຫ້າມອາວຸດນິວເຄຼັຍ. ໃນບົດກ່າວປາໄສຂອງຜູ້ຕາງໜ້າບັນດາປະເທດຕ່າງໆ ໄດ້ເນັ້ນໜັກວ່າ ຈຳເປັນຕ້ອງຊຸກຍູ້ບັນດາພາກພື້ນໃຫ້ປອດອາວຸດນິວເຄຼັຍ, ເພີ່ມທະວີບັນດາກົນໄກສາກົນ ເພື່ອຄວບຄຸມອາວຸດນິວເຄຼຍ ແລະ ອາວຸດລ້າງຜານທຸກປະເພດ.

        ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງຫງາ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ, ຢັ້ງຢືນວ່າ ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການຫຼຸດຜ່ອນກຳລັງທັບ ແລະ ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ; ເຊີດຊູລັດທິຫຼາຍຝ່າຍບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ຖືນັ້ນແມ່ນຫຼັກການສຳຄັນໃນການເຈລະຈາ ແລະ ແມ່ນວິທີການສຳຜັດຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈໃນການແກ້ໄຂບັນດາບັນຫາສາກົນຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ