ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມ G20
ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດ
ພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20)
(ພາບ: TTXVN)
(vovworld) – ຕອນຄ່ຳວັນທີ 16/02 (ຕາມເວລາ ຫວຽດນາມ), ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຖືກໄຂຂຶ້ນທີ່ສູນກອງປະຊຸມສາກົນຢູ່ນະຄອນ Bonn ຂອງ ເຢຍລະມັນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ດ້ວຍຖານະເປັນລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດເຈົ້າພາບເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017.
ຕອນບ່າຍວັນທີ 16/02, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື “ໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ”. ດ້ວຍສານທີ່ວ່າ “ເພີ່ມທະວີການພົວພັນຄູ່ຮ່ວມມືທົ່ວໂລກ ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍຂອງໂຄງການດຳເນີນງານ 2030”, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເນັ້ນໜັກວ່າ ຄວນເພີ່ມທະວີການຮ່ວມມືທົ່ວໂລກໃນການປະຕິບັດບັນດາຄຳໝັ້ນສັນຍາ ແລະ ເປົ້າໝາຍຂອງໂຄງການດຳເນີນງານ 2030 ດ້ວຍບັນດາແຜນການ, ມາດຕະການຢ່າງລະອຽດ; ສະເໜີບັນດາປະເທດ G20 ເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາ, ພິເສດແມ່ນໃນຂົງເຂດພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຢີ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ດ້ວຍຖານະເປັນປະເທດເຈົ້າພາບຈັດຕັ້ງປີ APEC 2017, ຫວຽດນາມ ພວມສົມທົບຢ່າງແໜ້ນແຟ້ນກັບບັນດາພື້ນຖານເສດຖະກິດສະມາຊິກ APEC ມານະພະຍາຍາມຊຸກຍູ້ເພີ່ມທະວີຄວາມໝັ້ນຄົງເຂັ້ມແຂງ, ມີຫົວຄິດປະດິດສ້າງ ແລະ ກວມລວມ.