ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສິ່ງແວດລ້ອມ ອາຊຽນ ຄັ້ງທີ 17

(VOVWORLD) - ທ່ານຮອງລັດຖະມົນຕີ ຫວໍຕວນເຍິນ ໄດ້ເນັ້ນໜັກເຖິງວິກິດການ “ຄວບຄູ່” ເຊິ່ງທັງພາກພື້ນ ອາຊຽນ ແລະ ໂລກພວມປະເຊີນໜ້າ, ນັ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ມົນລະຜິດສິ່ງແວດລ້ອມ
ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສິ່ງແວດລ້ອມ ອາຊຽນ ຄັ້ງທີ 17 - ảnh 1ທ່ານຮອງລັດຖະມົນຕີ ຫວໍຕວນເຍິນ ເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)

        ກອງປະຊຸມລັດຖະມົນຕີສິ່ງແວດລ້ອມ ອາຊຽນ ຄັ້ງທີ 17 (AMMEI 17) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ. ທ່ານ ຫວໍຕວນເຍິນ, ຮອງລັດຖະມົນຕີກະຊວງຊັບພະນາກອນ ແລະ ສິ່ງແວດລ້ອມ ຫວຽດນາມ, ປະທານອົງການຈັດຕັ້ງບັນດາເຈົ້າໜ້າທີ່ ອາຊຽນ ກ່ຽວກັບສິ່ງແວດລ້ອມຂອງ ຫວຽດນາມ (ASOEN Vietnam) ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຫວໍຕວນເຍິນ ໄດ້ເນັ້ນໜັກເຖິງວິກິດການ “ຄວບຄູ່” ເຊິ່ງທັງພາກພື້ນ ອາຊຽນ ແລະ ໂລກພວມປະເຊີນໜ້າ, ນັ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ມົນລະຜິດສິ່ງແວດລ້ອມ ແລະ ການຫຼຸດລົງຂອງຊີວະນາໆພັນ. ທ່ານຮອງລັດຖະມົນຕີ ຫວໍຕວນເຍິນ ໄດ້ຍົກອອກ 3 ຂໍ້ສະເໜີຂອງ ຫວຽດນາມ ເພື່ອແກ້ໄຂບັນດາບັນຫາດັ່ງກ່າວ, ໃນນັ້ນຄື ອາຊຽນ ຕ້ອງເພີ່ມທະວີຄວາມສາມັກຄີຢູ່ພາກພື້ນ, ຫັນປ່ຽນດ້ວຍຄວາມຍຸຕິທຳ ແລະ ຮອບດ້ານມຸ່ງໄປເຖິງເປົ້າໝາຍການປ່ອຍອາຍພິດລົງເປັນ 0, ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື…

        ທ່ານຮອງລັດຖະມົນຕີ ຫວໍຕວນເຍິນ ເນັ້ນໜັກວ່າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ອາຊຽນ ແລະ ບັນດາຄູ່ຮ່ວມມືເພື່ອພັດທະນາ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງທົ່ວໂລກ ແລະ ຕັ້ງໜ້າເຂົ້າຮ່ວມບັນດາເປົ້າໝາຍລວມຂອງປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ