ຫວຽດນາມ ເຂົ້າຮ່ວມກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ-ເສດຖະກິດ APEC

(VOVWORLD) - ຕໍ່ຈາກນັ້ນ, ກໍ່ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ຊຸກຍູ້ການເຕີບໂຕແບບກວມລວມ ແລະ ຍືນຍົງຜ່ານການປະຕິຮູບໂຄງປະກອບ”.

ຕອນເຊົ້າວັນທີ 15 ພະຈິກ, ທີ່ນະຄອນຫຼວງ Port Moresby, ປາປົວນິວກີເນ, ໄດ້ຈັດພິທີໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ - ເສດຖະກິດ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 30. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ນຳໜ້າເຂົ້າຮ່ວມກອງປະຊຸມນີ້. ພາຍຫຼັງພິທີໄຂ, ບັນດາລັດຖະມົນຕີໄດ້ດຳເນີນວາລະປະຊຸມຄົບຄະນະ ຄັ້ງທຳອິດ ກ່ຽວກັບ “ເພີ່ມທະວີການເຊື່ອມຕໍ່, ຍູ້ແຮງການຮ່ວມສຳພັນເສດຖະກິດໃນພາກພື້ນ”. ຕໍ່ຈາກນັ້ນ, ກໍ່ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ຊຸກຍູ້ການເຕີບໂຕແບບກວມລວມ ແລະ ຍືນຍົງຜ່ານການປະຕິຮູບໂຄງປະກອບ”.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ເນັ້ນໜັກວ່າ: APEC ຄວນສືບຕໍ່ປ່ຽນແປງໃໝ່, ຢັ້ງຢືນບົດບາດນຳໜ້າກ່ຽວກັບການຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ, ຮ່ວມສຳພັນເສດຖະກິດໃນພາກພື້ນ, ເຊື່ອມຕໍ່, ຫັນການຄ້າ ແລະ ການລົງທຶນເປັນເສລີ ກໍ່ຄືແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໄດ້ສະເໜີ APEC ມີການກະທຳຢ່າງແຮງເພື່ອຜັນຂະຫຍາຍໂຄງການເຄື່ອນໄຫວກ່ຽວກັບການພັດທະນາແບບກວມລວມ, ເພີ່ມທະວີການໜູນຊ່ວຍກຳລັງຄວາມສາມາດ, ຊ່ວຍໃຫ້ບັນດາສະມາຊິກພວມພັດທະນາຍົກສູງການສຳຜັດກັບເຕັກໂນໂລຊີດີຈີຕອນ, ຄວາມສາມາດຮັບມືກັບການປ່ຽນແປງ, ການຜັນແປ, ຄວາມສ່ຽງ ແລະ ໝູນໃຊ້ບັນດາຜົນປະໂຫຍດຈາກການຮ່ວມມື ແລະ ການເຊື່ອມຕໍ່ຢ່າງມີປະສິດທິຜົນ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດຄັ້ງທີ 30 ໄດ້ສິ້ນສຸດລົງຢ່າງຈົບງາມ. ປາປົວນີວກີເນ ຈະສືບຕໍ່ເປັນປະທານກອງປະຊຸມສຸດຍອດ APEC ຄັ້ງທີ 26 ເຊິ່ງຈະດຳເນີນໃນວັນທີ 17-18 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ