ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບ APEC ຢູ່ສະຖາບັນ ອາເມລິກາ - ອາຊີ

(VOVWORLD) -  ທີ່ສຳນັກງານສະພາແຫ່ງຊາດ ອາເມລິກາ, ຫາກໍ່ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໂດຍສະຖາບັນອາເມລິກາ - ອາຊີ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ແລະ ກຸ່ມສະພາແຫ່ງຊາດອາເມລິກາ ກ່ຽວກັບ APEC ແລະ ອາຊຽນ ຈັດຕັ້ງ. 

ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບ APEC ຢູ່ສະຖາບັນ ອາເມລິກາ - ອາຊີ - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ກ່າວຄຳເຫັນທີ່ພິທີ

(ພາບ: Vietnam+) 

ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ໄດ້ຕີລາຄາວ່າ ພາກພື້ນ ອາຊີ - ປາຊີຟິກ ພວມມີບັນດາການຜັນແປຢ່າງເລິກເຊິ່ງ, ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ. ໃນສະພາບການນັ້ນ, ດ້ວຍຖານະເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ໄດ້ເລືອກຫົວຂໍ້ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ເພື່ອແນໃສ່ຊອກຫາ ແລະ ຜັນຂະຫຍາຍບັນດາຂໍ້ສະເໜີ, ຂໍ້ລິເລີ່ມໃຫມ່ ເພື່ອຊຸກຍູ້ການເຕີບໂຕ, ເປີດກ້ວາງການລົງທຶນ, ການຄ້າ, ເຊື່ອມໂຍງ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ. ຫວຽດນາມ ໄດ້ຕັ້ງໜ້າຮ່ວມມືກັບບັນດາພື້ນຖານເສດຖະກິດສະມາຊິກ ແລະ ປະຊາຄົມວິສາຫະກິດເພື່ອເດີນຕາມບັນດາເປົ້າໝາຍລວມນີ້ນັບແຕ່ຕົ້ນປີ 2017 ແລະ ມາຮອດປະຈຸບັນບັນລຸໄດ້ບັນດາໝາກຜົນຕັ້ງໜ້າ. ມາຮອດປະຈຸບັນ, ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມເກືອບ 200 ຄັ້ງໃນ 4 ຂົງເຂດບຸລິມະສິດໃຫຍ່. ນີ້ແມ່ນປະຖົມປັດໄຈສຳຄັນ, ກະກຽມໃຫ້ແກ່ການຈັດຕັ້ງສັບປະດາຂັ້ນສູງ APEC ໃນເດືອນພະຈິກຈະມາເຖິງໃຫ້ປະສົບຜົນສຳເລັດ ແລະ ວາງອອກທິດທາງການພັດທະນາໃຫ້ແກ່ APEC ແລະ ພາກພື້ນ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ