ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ ສາກົນ Algers ຄັ້ງທີ 45

ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ ສາກົນ Algers ຄັ້ງທີ 45 - ảnh 1
(ພາບ:baoangiang.com.vn)

( vovworld ) – ງານ​ຕະຫຼາດນັດ​ສາກົນ Algers ຄັ້ງທີ 45 ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 30/5-5/6 ຢູ່​ສູນ​ວາງສະ​ແດງ​ຢູ່​ນະຄອນຫຼວງ Algers ດ້ວຍ​ຫົວ​ຂໍ້​ວ່າ: “50 ປີ​ແຫ່ງ​ການ​ກໍ່ສ້າງ“ ​ແລະ ນອນ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື​ອ່ນ​ໄຫວ​ສະ​ເຫຼີ​ມສະຫຼອງ​ 5 ປີ​ແຫ່ງວັນ Algeria ​ຍາດໄດ້​ເອກະລາດ. ງານ​ຕະຫຼາດນັດ​ຄັ້ງນີ້​ມີ​ການ​ເຂົ້າຮ່ວມ​ຂອງ 620 ວິ​ສາ​ຫະກິດ​ທີ່​ມາ​ຈາກ 36 ປະ​ເທດ, ​ໃນ​ນັ້ນມີ 9 ປະ​ເທດມາ​ຈາກ​ເອີ​ລົບ, 6 ປະ​ເທດມາ​ຈາກ​ທະວີບອາ​ເມ​ລິ​ກາ, 8 ປະ​ເທດ​ມາຈາກ​ໂລກ​ອາຣັບ, 1 ປະ​ເທດ​ອາ​ຟຼິກກາ ​ແລະ 4 ປະ​ເທດ​ມາ​ຈາກອາຊີ, ລວມມີ: ຈີນ, ອິນ​ເດຍ, ມາ​ເລ​ເຊຍ ​ແລະ ຫວຽດນາມ. ບັນດາ​ວິ​ສາ​ຫະກິດ​ຫວຽ​ດນາມ ​ເຂົ້າຮ່ວມ​ງານ​ຕະຫຼາດນັດດ້ວຍ​ບັນດາ​ປະ​ເພດ​ສິນຄ້າຄື: ​ເຄື່ອງ​ສິລະ​ປະຫັດຖະກຳ​, ​ເຄື່ອງ​ຄັດ​ມັນ, ​ເຄື່ອງ​ເຟີ​ນີ​ເຈີ​ຝັງ​ມຸກ, ​ເຄື່ອງ​ຕັດຫຍີບ, ​ເຄື່ອງ​ຈັກສານ, ຂອງ​ທີ່​ລະນຶກ…​ຊື່​ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ລູກ​ຄ້າ​ຫຼາຍ​ຄົນ. ທ່ານ Nguyen Van Mui ທູດ​ການຄ້າ​ສະຖານທູດ​ຫວຽດນາມ​ ປະຈຳ Algeria ​ໃຫ້​ຮູ້​ວ່າ: ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ໄປ​ຍັງ Algeria ​ໃນ 4 ​ເດືອນ​ຕົ້ນປີ 2012 ບັນລຸ​ກ່ວາ 64 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນປະມານ 65% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດາ​ປະ​ເພດ​ສິນຄ້າ​ຕົນຕໍ​ຂອງ​ຫວຽດນາມ ທີ່​ສົ່ງໄປ​ຂາຍ​ຢູ່ Algeria  ​ແມ່ນ​ການ​ເຟ ​ແລະ ​ເຂົ້າສານ.

 

 

 

ຂ່າວ/ບົດ​ອື່ນ