ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດສາກົນອຸດສາຫະກຳອາຫານການກິນ Sial Paris 2018

(VOVWORLD) - ທ່ານ Reindert Dekker, ນັກຊ່ຽວຊານຂຶ້ນກັບສູນສົ່ງເສີມການສົ່ງອອກຈາກບັນດາປະເທດພວມພັດທະນາໄປຍັງຕະຫຼາດ EU, ກະຊວງການຕ່າງປະເທດ ໂຮນລັງ
ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດສາກົນອຸດສາຫະກຳອາຫານການກິນ Sial Paris 2018 - ảnh 1ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ທີ່ງານວາງສະແດງ

ງານວາງສະແດງສາກົນອຸດສາຫະກຳອາຫານການກິນ Sial Paris 2018 ໄຂຂຶ້ນໃນວັນທີ 21 ຕຸລາ ຢູ່ປາຣີ (ຝລັ່ງ). ຄະນະຜູ້ແທນ ຫວຽດນາມ ມີປະມານ 30 ວິສາຫະກິດເຂົ້າຮ່ວມດ້ວຍບັນດາຜະລິດຕະພັນຫຼາຍຮູບແບບຄື: ນ້ຳເຜິ້ງ, ໝາກມ່ວງຫິມະພານ, ໝາກພິກໄທ, ເຂົ້າສານ ແລະ ບັນດາຜະລິດຕະພັນຈາກເຂົ້າສານ… ທ່ານ Reindert Dekker, ນັກຊ່ຽວຊານຂຶ້ນກັບສູນສົ່ງເສີມການສົ່ງອອກຈາກບັນດາປະເທດພວມພັດທະນາໄປຍັງຕະຫຼາດ EU, ກະຊວງການຕ່າງປະເທດ ໂຮນລັງ, ຖືວ່າ: ເມື່ອເຂົ້າຊົມຮ້ານວາງສະແດງຂອງ ຫວຽດນາມ ທີ່ງານຕະຫຼາດນັດປີນີ້ເຫັນວ່າມີການປ່ຽນແປງອັນໃຫຍ່ຫຼວງ:

        “ພວກເຮົາອາດເຫັນໄດ້ວ່າມີວິສາຫະກິດຫຼາຍແຫ່ງຂອງ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດປີນີ້ ໄດ້ມີໃບຢັ້ງຢືນຄຸນນະພາບຈາກສາກົນ, ໝາຍຄວາມວ່າ ຄຸນນະພາບຜະລິດຕະພັນ ແລະ ອິດທິພົນຊື່ສຽງຂອງບັນດາວິສາຫະກິດ ຫວຽດນາມ ໄດ້ຮັບການຢັ້ງຢືນເມື່ອທຽບໃສ່ຊຸມປີກ່ອນ. ຂ້າພະເຈົ້າຖືວ່າ ຫວຽດນາມ ຄວນລົງທຶນຫຼາຍກ່ວາເພື່ອຜະລິດວັດຖຸດິບມີມູນຄ່າ ແລະ ດຶງດູດຕະຫຼາດເອີລົບກ່ວາອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ