ຫວຽດນາມ ເຂົ້າຮ່ວມງານບຸນວັດທະນະທຳນາໆຊາດ Sakia ຢູ່ອີຢິບ

ຫວຽດນາມ ເຂົ້າຮ່ວມງານບຸນວັດທະນະທຳນາໆຊາດ Sakia ຢູ່ອີຢິບ - ảnh 1
(ແຂກ​ເຂົ້າ​ຮ່ວມ​​​ຊອກ​ຮູ້ ແລະ ຄົ້ນ​ຫາ​ຄ້ອງ​ບ້າງ​ທອງ ດົງ​ເຊີນ ຂອງ​ຫວຽດ​ນາມ)

(vovworld) - ​ວັນ​ທີ 23/02, ຢູ່​ນະ​ຄອນ​ຫຼວງ​ກາຍ​ໂຣ, ປະ​ເທດ​ອີ​ຢິບ, ສູນ​ວັດ​ທະ​ນະ​ທຳ El Sawy ໄດ້​ຈັດງ​ານ​ບຸນ​ວັດ​ທະ​ນະ​ທຳ Sakia ຄັ້ງ​ທີ 14. ມີ​ເກືອບ 30 ປະ​ເທດ ແລະ ເຂດ​ແຄ້ວນ, ໃນ​ນັ້ນ​​ຫວຽດ​ນາມ ກໍ່ໄດ້​ເຂົ້າ​ຮ່ວມ ເພື່ອ​ໂຄ​ສະ​ນາ​ບັນ​ດາ​ຈຸດ​ທ​ີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ກ​ໍ​ຄື​ການ​​ພົວ​ພັນປະ​ແລກ​ປ່ຽນ​ລະ​ຫວ່າງວັດ​ທະ​ນະ​ທຳ, ສາ​ສະ​ໜາ. ນີ້​ແມ່ນ​ຄັ້ງ​ທີ 2 ທີ່​ຫວຽດ​ນາມ ເຂົ້າ​ຮ່ວມ​ເຫດ​ການນີ້ ສະ​ນັ້ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ​ກັບ​ເພື່ອນ​ມິດ​ສາ​ກົນ, ໂດຍ​ສ​ະ​ເພາະ​ແມ່ນ​ບັນ​ດາ​ລຸ່ນ​ໜຸ່​ມ​ອີ​ຢິບ. ແຂກ​ເຂົ້າ​ຮ່ວມ​​ສ່ວນ​ຫຼາຍ​ຢາກ​ຊອກ​ຮູ້ ແລະ ຄົ້ນ​ຫາ​ກ່ຽວ​ກັບຊຸດ​ເສື້ອ​ຍາວ, ເຄື່ອງ​ດົນ​ຕີ​ລະ​ນາດ​ຫີນ, ກຸບ ແລະ ​ຄ້ອງ​ບ້າງ​ທອງ ດົງ​ເຊີນ ຂອງ​ຫວຽດ​ນາມ. ທີ່​ງານ​ບຸນ, ແຂກ​ເຂົ້າ​​ຮ່ວມ​ໄດ້​ຮັບ​​ປະ​ທານບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ, ກໍ​ຄື​ໄດ້​ອ່ານ​ປຶ້ມ ແລະ ຊອກ​ຮູ້​ສື່​ສິ່ງ​ພິມ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ…

ຂ່າວ/ບົດ​ອື່ນ