(VOVWORLD) - ຄະນະນັກກິລານັກສຶກສາ ຫວຽດນາມ ຈະເຂົ້າຮ່ວມງານມະຫາກຳກິລານັກສຶກສາ ໂລກຄັ້ງທີ 29 ຈະໄດ້ຈັດຕັ້ງຢູ່ ໄຕຫວັນ (ປະເທດຈີນ) ແຕ່ວັນທີ 19 -30 ສິງຫາ. ທີ່ງານມະຫາກຳກິລາຄັ້ງນີ້, ຄະນະນັກກິລານັກສຶກສາ ຫວຽດນາມ ຈະແຂ່ງຂັນ 4/15 ປະເພດກິລາຄື: ແລ່ນ ແລະ ລານ, ກາຍຍະກຳ, ມວຍ wushu ແລະ taekwondo…
ສະມາຊິກຂອງຄະນະຈັດຕັ້ງຄະນະນັກສຶກສາ ຫວຽດນາມ ເຂົ້າຮ່ວມງານມະຫາກຳ |
ງານມະຫາກຳກິລານັກສຶກສາໂລກ ໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ, ປະກອບສ່ວນເປີດກ້ວາງການພົວພັນໃນຂົງເຂດກິລາກາຍຍະກຳ, ປັບປຸງ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງນັກສຶກສາບັນດາປະເທດໃນໂລກ. ນອກຈາກການແຂ່ງຂັນກິລາ, ການພົວພັນແລກປ່ຽນວັດທະນະທຳ ແລະ ທີ່ງານມະຫາກຳຄັ້ງນີ້ຍັງໄດ້ຈັດຕັ້ງກອງປະຊຸມວິທະຍາສາດ, ພົວພັນແລກປ່ຽນສິລະປະ, ຢ້ຽມຢາມທ່ອງທ່ຽວ, ແລກປ່ຽນຄວາມຮູ້ອີກດ້ວຍ…