(vovworld) - ກ່າວຄຳເຫັນທີ່ພິທີໄຂງານຕະຫຼາດນັດຈີນ - ອາຊີໃຕ້ ຄັ້ງທຳອິດ ແລະ ງານຕະຫຼາດນັດກວນໝິງ, ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 06/06, ຢູ່ນະຄອນ ກວນໝິງ, ແຂວງ ຢຸນໜານ, ປະເທດຈີນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ ໃຫ້ຮູ້ວ່າ ຜ່ານໄລຍະ 20 ປີແຫ່ງການຈັດຕັ້ງຢ່າງປະສົບຜົນສຳເລັດ, ມາຮອດປະຈຸບັນງານຕະຫຼາດນັດກວນໝິງ ໄດ້ກາຍເປັນງານຕະຫຼາດໃຫຍ່ ເຊິ່ງໄດ້ຮັບຄວາມສົນໃຈ ແລະ ການເຂົ້າຮ່ວມຂອງບັນດາວິສາຫະກິດຫວຽດນາມ ຫຼາຍກວ່າໝູ່ຢູ່ຈີນ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຢືນຢັນວ່າ ໃນຊຸມປີມໍ່ໆມານີ້, ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ - ຈີນ ສືບຕໍ່ໄດ້ຮັກສາທ່າເຕີບໂຕຢ່າງໝັ້ນຄົງ ແລະ ແຂງແຮງ. ຈີນສືບຕໍ່ເປັນຄູ່ຮ່ວມມືດ້ານການຄ້າອັນດັບໜຶ່ງຂອງຫວຽດນາມ. ຄຽງຂ້າງນັ້ນ, ຍາມໃດຫວຽດນາມ ແລະ ຈີນ ກໍຕັ້ງໜ້າຍູ້ແຮງການຮ່ວມມືໃນບັນດາຂົງເຂດຮ່ວມມືຄື; ພະລັງງານໃຊ້ຄວາມຮ້ອນ, ຮ່ວມມືກໍ່ສ້າງບັນດາກິດຈະກຳອຸດສາຫະກຳ, ກໍ່ສ້າງພື້ນຖານໂຄງລ່າງຢູ່ຫວຽດນາມ ພ້ອມກັບບັນດາຂົງເຂດຮ່ວມມືອື່ນໆ. 2 ປະເທດກໍພວມສືບຕໍ່ຍູ້ແຮງການຜັນຂະຫຍາຍການຮ່ວມມືພັດທະນາ 2 ແລວ, ໜຶ່ງຂອບອ້ອມເສດຖະກິດຫວຽດນາມ - ຈີນ.
ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້, ວິສາຫະກິດຫວຽດນາມ ມີຮ້ານວາງສະແດງສິນຄ້າ 180 ຮ້ານ, ຫຼາຍກວ່າໝູ່ໃນຈຳນວນບັນດາປະເທດອາຊຽນ ທີ່ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້.