ຫວຽດນາມ ເຂົ້າຮ່ວມເວທີປາໄສ Fullerton ຄັ້ງທີ 6 ຢູ່ສິງກະໂປ

(VOVWORLD) - ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ພົນຕີ, ປອ ຫງວຽນດຶກຫາຍ ເນັ້ນໜັກວ່າ: ໃນສະພາບການທີ່ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງຢ່າງບໍ່ເຄີຍມີມາກ່ອນພວມນັບມື້ນັບເພີ່ມຂຶ້ນຄືບັນດາການບຸກໂຈມຕີທາງອິນເຕີເນັດ
ຫວຽດນາມ ເຂົ້າຮ່ວມເວທີປາໄສ Fullerton ຄັ້ງທີ 6 ຢູ່ສິງກະໂປ - ảnh 1 ເວທີປາໄສ Fullerton ຄັ້ງທີ 6 ຢູ່ ສິງກະໂປ

ເວທີປາໄສ Fullerton ຄັ້ງທີ 6 ໄດ້ຈັດຕັ້ງຢູ່ ສິງກະໂປ ໃນວັນທີ 28 – 30 ມັງກອນ, ໂດຍມີການເຂົ້າຮ່ວມຂອງຜູ້ແທນປະມານ 100 ຄົນເຊິ່ງແມ່ນບັນດາເຈົ້າໜ້າທີ່ປ້ອງກັນປະເທດ ແລະ ນັກຮຽນຮູ້ທີ່ມາຈາກກ່ວາ 20 ປະເທດໃນໂລກ ເພື່ອແນໃສ່ຊອກຫາບັນດາມາດຕະການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ສະຖຽນລະພາບໃນພາກພື້ນ.  ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ພົນຕີ, ປອ ຫງວຽນດຶກຫາຍ, ຫົວໜ້າສະຖາບັນຍຸດທະສາດປ້ອງກັນປະເທດ, ນຳໜ້າໄດ້ເຂົ້າຮ່ວມເວທີປາໄສ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ພົນຕີ, ປອ ຫງວຽນດຶກຫາຍ ເນັ້ນໜັກວ່າ: ໃນສະພາບການທີ່ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງຢ່າງບໍ່ເຄີຍມີມາກ່ອນພວມນັບມື້ນັບເພີ່ມຂຶ້ນຄືບັນດາການບຸກໂຈມຕີທາງອິນເຕີເນັດ, ການຄອບງຳບໍ່ແມ່ນສະເພາະແຕ່ຂົງເຂດເສດຖະກິດເທົ່ານັ້ນ ຫາກຍັງຢູ່ໃນທຸກໆຂົງເຂດອີກດ້ວຍ, ພິເສດແມ່ນການປ້ອງກັນຊາດປ້ອງກັນຄວາມສະຫງົບ. ຍ້ອນເຫດນັ້ນ, ບັນດາປະເທດຄວນຊອກຫາມາດຕະການພ້ອມກັນຮ່ວມມືເພື່ອເຄື່ອນໄຫວ ກໍ່ຄືແບ່ງປັນຂໍ້ມູນຂ່າວສານ ຍ້ອນວ່ານີ້ແມ່ນບັນຫາເຊິ່ງປະເທດໜຶ່ງບໍ່ສາມາດແກ້ໄຂໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ