ຫວຽດນາມ ເປັນເຈົ້າພາບຈັດເວທີປາໄສພັດທະນາອາຊີ ຄັ້ງທີ 5
(ພາບຈາກ ອີນເຕີເນັດ)
(vovworld) ດ້ວຍຫົວຂໍ້: “ບັນດາສິ່ງທ້າທາຍ ແລະ ຍຸດທະສາດມຸ່ງໄປເຖິງການພັດທະນາອາຊີແບບຍືນຍົງ”, ເວທີປາໄສພັດທະນາອາຊຽນ ຄັ້ງທີ 5 (ADF-5) ໂດຍກະຊວງແຜນການ ແລະ ການລົງທຶນ ສົມທົບກັບທະນາຄານພັດທະນາອາຊີ (ADB) ໄດ້ຈັດຕັ້ງໃນວັນທີ 19/9 ຢູ່ຮ່າໂນ້ຍ. ເວທີປາໄສຈະສຸມໃສ່ປຶກສາຫາລືບັນດາເນື້ອໃນທີ່ສໍາຄັນຄື: ກໍາລັງຄວາມສາມາດຂອງລະບອບ ແລະ ພື້ນຖານໂຄງລ່າງໃຫ້ຍົກສູງສະມັດຕະພາບ, ປ່ຽນໃໝ່ ແລະ ຫັນປ່ຽນພື້ນຖານເສດຖະກິດ; ພັດທະນາແຫຼ່ງຊັບພະຍາ ກອນມະນຸດ, ສົ່ງເສີມຍົກສູງສະມັດຕະພາບ, ປ່ຽນໃໝ່ ແລະ ຫັນປ່ຽນພື້ນຖານເສດຖະກິດ; ປຸກລະດົມບັນດາແຫຼ່ງເງິນພັດທະນາ ເພື່ຶອພັດທະນາແບບຍືນຍົງ; ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນ. ບັນດາການປຶກສາຫາລື ກ່ຽວກັບການພັດທະນາຕາໜ່າງພື້ນຖານໂຄງລ່າງຊ່ວຍປະກອບສ່ວນໃຫ້ ການຫັນປ່ຽນມີປະສິດທິຜົນ ນັບທັງດ້ານຊັບພະຍາກອນມະນຸດ ແລະ ສິນຄ້າ ກໍ່ຈະໄດ້ດຳເນີນ, ອີງຕາມບົດລາຍງານອາຊີ ປີ 2050 ຂອງທະນາຄານພັດທະນາອາຊີ. ຜ່ານເວທີປາໄສຄັ້ງນີ້, ຫວຽດນາມ ປາດຖະໜາວ່າ: ຢາກຮູ້ຕື່ມອີກກ່ຽວກັບຂອບເຂດກົດໝາຍໃຫ້ແກ່ການຫັນເປັນເອກະຊົນ, ການເຂົ້າຮ່ວມຂອງພາກເອກະຊົນ ແລະ ການໝູນໃຊ້ເສດຖະກິດຕະຫຼາດ.