ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ

(VOVWORLD) - ໃນຂອບເຂດຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາທ້ອງຖິ່ນຢູ່ ຍີ່ປຸ່ນ, ທ່ານ ຫງວຽນກວກເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຢ້ຽມຢາມ ແຂວງ Mie ແລະ ແຂວງ Shiga, ຕາມຄຳເຊື້ອເຊີນຂອງການນຳ 2 ແຂວງນີ້ແຕ່ວັນທີ 11 – 13 ຕຸລາ. 
ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ - ảnh 1 ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ (ເບື້ອງຊ້າຍ) (ພາບ: VOV)

ຢູ່ແຂວງ Mie, ທ່ານເອກອັກຄະລັດຖະທູດໄດ້ພົບປະ ແລະ ແລກປ່ຽນກັບທ່ານ, ຜູ້ວ່າການ Suzuki, ເຈົ້າຄອງນະຄອນ Yokkaichi ແລະ ເຈົ້າຄອງນະຄອນ Matsuzaka, ການນຳຫ້ອງການການຄ້າອຸດສາຫະກຳ ແລະ ຜູ້ຕາງໜ້າວິສາຫະກິດຂອງແຂວງ. ເນື່ອງໃນໂອກາດການຢ້ຽມຢາມ, ແຂວງ Mie ກໍ່ໄດ້ຈັດຕັ້ງກອງປະຊຸມສຳມະນາ 2 ຄັ້ງກ່ຽວກັບ ຫວຽດນາມ. ເມື່ອຢ້ຽມຢາມນະຄອນ Yokkaichi, ນະຄອນທ່າກ່ຳປັ່ນໃຫຍ່ສຸດຂອງແຂວງ, ທ່ານ ເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ສະເໜີໃຫ້ ນະຄອນ Yokkaichi ໜູນຊ່ວຍ ຫວຽດນາມ, ພິເສດແມ່ນໃນວຽກງານຖ່າຍທອດເຕັກໂນໂລຢີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດແກ້ໄຂສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ