ຫວຽດນາມ ເສີມຂະຫຍາຍບົດບາດ ໃນການຮ່ວມມື ASEAN ດ້ານສິ່ງແວດລ້ອມ

ຫວຽດນາມ ເສີມຂະຫຍາຍບົດບາດ  ໃນການຮ່ວມມື ASEAN ດ້ານສິ່ງແວດລ້ອມ - ảnh 1

ASOEN ຂົວ​ຕໍ່​ແຫ່ງ​ຊາດ​ໃນການ​ຮ່ວມ​ມືດ້ານ​ສິ່ງ​ແວດ​ລ້ອມ

(ພາບ:news.chodientu.vn)

( vovworld ) –   ​ຫວຽດນາມ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ແຫ່ງ​ຊາດ​ ​ໃນການ​ຮ່ວມ​ມື​ ASEAN ດ້ານ​ສິ່ງ​ແວດ​ລ້ອມ. ນີ້​ແມ່ນ​ຂໍ້​ສັງ​ເກດ​ລວມຂອງ​ບັນດາ​ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ປະກອບ​ຄວາມ​ເຫັນ ​ແລະ ສະຫຼຸບ 1 ປີ​ແຫ່ງ​ການ​ເຄື​ອ່ນ​ໄຫວ​ຂອງ ASOEN ຊື່​ງ​ແມ່ນ​ອົງການ​ບັນດາ​​ເຈົ້ໜ້າ​ທີ່​ຂັ້ນສູງ ASEAN ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຂອງ​ຫວຽດນາມ ​ໂດຍ​ກົມ​ໃຫ່ຍສິ່ງ​ແວດ​ລ້ອມ-​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 10/4 ຢູ່​ຮ່າ​ໂນ້ຍ. ນັບ​ແຕ່​ວັນ​ສ້າງ​ຂຶ້ນ​ເມື່ອ​ປີ 1995 ມາ​ຮອດ​ປະຈຸ​ບັນ, ASOEN ຫວຽດນາມ ​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ ພາລະ​ໜ້າ​ທີ່​ຫຼາຍ​ທີ່​ສຸດ ​ໃນ​ການ​ສົມທົບ​ກັບ​ບັນດາ​ຫົວໜ້າ​ກຸ່ມ​ປະຕິບັດ​ງານ ASOEN ຫວຽດນາມ, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຢູ່​ໃນ ​ແລະ ນອກກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ປະຕິບັດ​ບັນດາ​ຈຸດໝາຍ ​ແລະ ໜ້າ​ທີ່​ວາງ​ອອກ​ຢ່າງ​ມີ​ປະສິດທິ​ຜົນ, ​ເສີມ​ຂະຫຍາຍບົດບາດ​ເປັນ​ຂົວ​ຕໍ່​ແຫ່ງ​ຊາດ​ ​ໃນການ​ຮ່ວມ​ມື​ ASEAN ດ້ານ​ສິ່ງ​ແວດ​ລ້ອມ​ເປັນ​ຢ່າງ​ດີ. ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​​ໃນ​ໄລຍະ​ເຄື​ອ່ນ​ໄຫວຂອງ ASOEN ຫວຽດນາມ ​ແມ່ນ: ຈັດ​ບັນດາ​ເຫດການ, ກອງ​ປະຊຸມ​ໃນ​ປີ​ຫວຽດນາມ ​ເປັນ​ປະທານ  ASEAN 2010 ​ແລະ ປີ 2011 ສຳ​ເລັດ​ຜົນ, ພິ​ເສດ​ແມ່ນ​ຫວຽດນາມ​ ​ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່​ມຈັດ​ງານ​ວາງສະ​ແດງ​ຊີວະ​ນາ​ໆພັນ  ASEAN ຊື່​ງ​ໄດ້​ກາຍ​ເປັນ​ເຫດການ​ຖືກ​ຈັດ​ຂຶ້ນ​ 3 ປີ​ເທື່ອ 1 ​ໂດຍ​ບັນດາ​ປະ​ເທດ​ຜັດ​ປ່ຽນ​ກັນ​ເປັນ​ເຈົ້າພາບ. ຕາມ​ຜູ້ຕາງໜ້າກົມ​ໃຫ່ຍສິ່ງ​ແວດ​ລ້ອມ-​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ ​ແລ້ວ, ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ແຫ່ງ​ຊາດ​ ​ໃນການ​ຮ່ວມ​ມື​ ASEAN ດ້ານ​ສິ່ງ​ແວດ​ລ້ອມກ່ວາ​ອີກ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຫວຽດນາມ ​ຈະ​ສືບ​ຕໍ່​ບູລະນະ​ອົງການ​ຈັດຕັ້ງ ​ແລະ ຄວາມ​ສາມາດ​ຂອງ ASOEN, ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຕ້ອງການ ​ເຊື່ອມ​ໂຍງ​ຂອງ​ກຸ່ມ ASEAN ຮອດ​ປີ 2015 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030.

 


ຂ່າວ/ບົດ​ອື່ນ