ຫວຽດ​ນາມ ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ແລະ ຟື້ນ​ຟູຫຼັງ​ໂລກ​ລະ​ບາດ

(VOVWORLD) -ການໂອ້ລົມສົນທະນາ ແມ່ນໂອກາດເພື່ອໃຫ້ນັກຊ່ຽວຊານ, ນັກຄົ້ນຄວ້າ, ຂະແໜງການທີ່ກ່ຽວຂ້ອງໄດ້ແລກປ່ຽນ, ປຶກສາຫາລືແນໃສ່ຍູ້ແຮງບົດບາດຂອງແມ່ຍິງໃນການສ້າງປະຊາຄົມ ອາຊຽນ ຟື້ນຟູພາຍຫຼັງໂລກລະບາດໃຫ້ຫຼາຍກວ່າອີກ.
ຫວຽດ​ນາມ ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ແລະ ຟື້ນ​ຟູຫຼັງ​ໂລກ​ລະ​ບາດ - ảnh 1ທ່ານນາງ ຮອງສາດສະດາຈານ, ປະລິນຍາເອກ ຟານທິຮົ່ງຊວັນ ປະທານ ສະມາຄົມມິດຕະພາບ ຫວຽດນາມ - ອາຊຽນ ນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ  (ພາບ: TTXVN)

ວັນທີ 11 ມີນາ, ສູນຄົ້ນຄວ້າ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ອາຊຽນ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ພ້ອມດ້ວຍສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ (VAFA), ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໂຮ່ຈີມິນ (HUFO) ໄດ້ສົມທົບກັນຈັດການໂອ້ລົມສົນທະນາສາກົນ ດ້ວຍຫົວຂໍ້ “ເສີມຂະຫຍາຍບົດບາດຂອງແມ່ຍິງໃນວິວັດການສ້າງປະຊາຄົມ ອາຊຽນ ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19”. ການໂອ້ລົມສົນທະນາ ແມ່ນໂອກາດເພື່ອໃຫ້ນັກຊ່ຽວຊານ, ນັກຄົ້ນຄວ້າ, ຂະແໜງການທີ່ກ່ຽວຂ້ອງໄດ້ແລກປ່ຽນ, ປຶກສາຫາລືແນໃສ່ຍູ້ແຮງບົດບາດຂອງແມ່ຍິງໃນການສ້າງປະຊາຄົມ ອາຊຽນ ຟື້ນຟູພາຍຫຼັງໂລກລະບາດໃຫ້ຫຼາຍກວ່າອີກ.

        ທີ່ການໂອ້ລົມສົນທະນາ, ນອກຈາກການແຈ້ງໃຫ້ກັນຊາບ, ແລກປ່ຽນກ່ຽວກັບຂໍ້ຈຳກັດ, ຄວາມຫຍຸ້ງຍາກຂອງກັນແລ້ວ, ຜູ້ແທນແມ່ຍິງຍັງແບ່ງປັນກ່ຽວກັບເນື້ອໃນຕ່າງໆຄື: ບົດຮຽນປະສົບການຜ່ານຜ່າຄວາມຫຍຸ້ງຍາກ, ຟື້ນຟູ, ບືນຕົວຂຶ້ນ ພາຍຫຼັງໂລກລະບາດໄດ້ຮັບການຄວບຄຸມໃນທັນທີ; ບົດບາດຂອງຄູອາຈານເພດຍິງໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນປະຕິບັດເປົ້າໝາຍສ້າງປະຊາຄົມອາຊຽນ ໃຫ້ປະກົດຜົນເປັນຈິງ… ແລະ ເນື້ອໃນອື່ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ