(VOVWORLD) -ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ການຍາດແຍ່ງໂອກາດຈາກບັນດາຜົນສຳເລັດຂອງເຕັກໂນໂລຢີດີຈີຕອນ ແລະ ການຫຼຸດຜ່ອນບັນດາຜົນກະທົບທີ່ບໍດີຂອງມັນ ຈະຊ່ວຍຍູ້ໄວການປະຕິບັດໂຄງການດຳເນີນງານ ປີ 2030 ກ່ຽວກັບການພັດທະນາແບບຍືນຍົງ.
ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: TTXVN) |
ກອງປະຊຸມຢູ່ຄັ້ງທີ 59 ຂອງ ຄະນະກຳມະການພັດທະນາສັງຄົມຂອງ ສປຊ (CsoD) ພວມໄດ້ຈັດຂຶ້ນໃນລະຫວ່າງວັນທີ 8 - 17 ກຸມພາ ດ້ວຍຫົວຂໍ້ວ່າ “ຫັນໄປສູ່ຄວາມສະເໝີພາບສັງຄົມ ມຸ່ງໄປເຖິງການພັດທະນາແບບຍືນຍົງ: ບົດບາດຂອງເຕັກໂນໂລຢີດີຈີຕອນ ຕໍ່ການພັດທະນາສັງຄົມ ແລະ ສະຫວັດດິການ ໃຫ້ແກ່ໝົດທຸກຄົນ”. ຫວຽດນາມ ໄດ້ແບ່ງປັນບົດຮຽນ ປະສົບການຂອງຕົນໃນການຊຸກຍູ້ການພັດທະນາສັງຄົມຜ່ານເຕັກໂນໂລຢີດີຈີຕອນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ການຍາດແຍ່ງໂອກາດຈາກບັນດາຜົນສຳເລັດຂອງເຕັກໂນໂລຢີດີຈີຕອນ ແລະ ການຫຼຸດຜ່ອນບັນດາຜົນກະທົບທີ່ບໍດີຂອງມັນ ຈະຊ່ວຍຍູ້ໄວການປະຕິບັດໂຄງການດຳເນີນງານ ປີ 2030 ກ່ຽວກັບການພັດທະນາແບບຍືນຍົງ. ເພື່ອປະຕິບັດໄດ້ສິ່ງນີ້, ທ່ານ ດັ້ງດິ່ງກຸ໊ຍ ຖືວ່າຄວນເອົາໃຈໃສ່ຕໍ່ບັນຫາການສຶກສາ ແລະ ບຳລຸງສ້າງທັກສະວິທະຍາສາດເຕັກໂນໂລຢີ. ບັນດາລັດຖະບານ ຄວນລົງທຶນເຂົ້າບັນດາພື້ນຖານໂຄງລ່າງເຕັກໂນໂລຢີດີຈີຕອນ, ສະໜອງການບໍລິການດ້ວຍລາຄາທີ່ເໝາະສົມ, ເປັນຕົ້ນແມ່ນໃຫ້ແກ່ເຂດຫ່າງໄກສອກຫຼີກ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ຄວນສືບຕໍ່ຊຸກຍູ້ການຮ່ວມມືສາກົນ, ຮຽກຮ້ອງໃຫ້ບັນດາປະເທດພັດທະນາປະຕິບັດຄຳໝັ້ນສັນຍາໜູນຊ່ວຍການພັດທະນາຢ່າງເປັນທາງການ, ບັນລຸໄດ້ເປົ້າໝາຍ ສະຫງວນ 7%ຍອດລາຍຮັບທົ່ວປະເທດໃຫ້ແກ່ການໜູນຊ່ວຍພັດທະນາບັນດາປະເທດພວມພັດທະນາຢ່າງເປັນທາງການ.
ເນື່ອງໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືມະນຸດແມ່ນກຳລັງໜູນໃນການພັດທະນາປະເທດຊາດ. ບົນພື້ນຖານດັ່ງກ່າວ, ຫວຽດນາມ ໄດ້ປະກາດໃຊ້ ຫຼາຍນະໂຍບາຍຢ່າງຮອບດ້ານ, ຍືນຍົງ ເພື່ອແນໃສ່ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໄດ້ຮັບການຮັບຮອງເອົາຈາກປະຊາຄົມສາກົນແມ່ນປະເທດປະສົມຜົນສຳເລັດໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.
ຟ້າມຫວນ, ນັກຂ່າວ VOV ປະຈຳ ອາເມລິກາ