ຫວຽດນາມ - ແບນຊິກເພີ່ມທະວີການຮ່ວມມືນຳກັນ.

ຫວຽດນາມ - ແບນຊິກເພີ່ມທະວີການຮ່ວມມືນຳກັນ.  - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ຖ້ຽນ​ເຍີນ ​ແລະ ​ທ່ານ Anghelet Bruno ​ເອກ​ອັກຄະ​ລັດຖ​ະທູດ​ແບນ​ຊິກ​ປະຈຳ​ຫວຽດນາມ (ພາບ : mattrantoquoc)


   (vovworld)- ຕອນ​ບ່າຍວັນ​ທີ 7/3, ຢູ່ຮ່າ​ໂນ້ຍ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ຖ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Anghelet Bruno ​ເອກ​ອັກຄະ​ລັດຖ​ະທູດ​ແບນ​ຊິກ​ປະຈຳ​ຫວຽດນາມ. ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ຖ້ຽນ​ເຍີນ ​ໄດ້ສະ​ແດງ​ຄວາມ​ຫວັງ​ວ່າ ​ທ່ານ​ເອກ​ອັກຄະ​ລັດຖ​ະທູດ​ແບນ​ຊິກ​ປະຈຳ​ຫວຽດນາມ Anghelet Bruno ສືບ​ຕໍ່​ສົມທົບ​ກັບ​ວຽກ​ງານ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແນ​ໃສ່​ເພີ່ມ​ທະວີ,​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມີດ​ຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ​ແບນ​ຊິກ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງຮອບດ້ານ. ປະຈຸ​ບັນ ​ແບນ​ຊິກ​ພວມ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ເອີ​ລົບ​ ​ໃຫຍ່ອັນດັບ 6 ຂອງ​ຫວຽດນາມ, ມູນ​ຄ່າ​ແລກປ່ຽນການ​ຄ້າ​ລະຫວ່າງ 2 ປະ​ເທດ​ໃນ​ປະຈຸ​ບັນ​ບັນລຸ​ປະມານ 1,2 ຕື້ USD ຕໍ່​ປີ. 

ຕອບກັບ

ຂ່າວ/ບົດ​ອື່ນ