ຫວຽດ​ນາມ ແມ່ນ ໜຶ່ງ​ໃນ ​ຈຳ​ນວນ ຕະຫຼາດ​ 3 ແຫ່ງມີ​ຄວາມ​ປອດ​ໄພ​ທີ່​ສຸດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ

(VOVWORLD) -ທ່ານ Desmond Loh, ຜູ້ອຳນວຍການບັນຊີລາຍຊື່ການລົງທຶນຢູ່ JPMorgan Asset Management ຖືວ່າ ຫວຽດນາມ ແມ່ນ ປະເທດພົ້ນເດັ່ນໃນຊຸມປີຜ່ານມາ ກ່ຽວກັບຄວາມສາມາດໃນການຟື້ນຟູ ແລະ ເຕີບໂຕເສດຖະກິດ. 
ຫວຽດ​ນາມ ແມ່ນ ໜຶ່ງ​ໃນ ​ຈຳ​ນວນ ຕະຫຼາດ​ 3 ແຫ່ງມີ​ຄວາມ​ປອດ​ໄພ​ທີ່​ສຸດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ - ảnh 1ວິສາຫະກິດຍີ່ປຸ່ນ ມາລົງທຶນຢູ່ ຫວຽດນາມ (ພາບ: TTXVN)

ຫວ່າງມໍ່ໆມານີ້, ຊ່ອງໂທລະພາບ CNBC (ອາເມລິກາ) ໄດ້ຕອບສຳພາດຕໍ່ບັນການັກວິເຄາະຂອງທະນາຄານ Goldman Sachs ແລະ JPMorgan Asset Management ວ່າ ຕະຫຼາດໃດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ແມ່ນການເລືອກເຟັ້ນແຖວໜ້າຂອງເຂົາເຈົ້າ ໝາກຜົນຂອງທັງສອງ ທະນາຄານລ້ວນແຕ່ຄັດເລືອກ ຫວຽດນາມ, ອິນໂດເນເຊຍ ແລະ ສິງກະໂປ. JPMorgan Asset Management ຕີລາຄາສູງຕະຫຼາດຫວຽດນາມ. ທ່ານ Desmond Loh, ຜູ້ອຳນວຍການບັນຊີລາຍຊື່ການລົງທຶນຢູ່ JPMorgan Asset Management ຖືວ່າ ຫວຽດນາມ ແມ່ນ ປະເທດພົ້ນເດັ່ນໃນຊຸມປີຜ່ານມາ ກ່ຽວກັບຄວາມສາມາດໃນການຟື້ນຟູ ແລະ ເຕີບໂຕເສດຖະກິດ. ທ່ານເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍພື້ນຖານເສດຖະກິດໃນໂລກ ມີອັດຕາການເຕີບໂຕທີ່ຕັ້ງໜ້າໃນຕະຫຼອດໄລຍະເກີດໂລກລະບາດໂຄວິດ - 19. ຕາມບັນດາທະນາຄານລົງທຶນແຖວໜ້າຂອງ Wall Street ແລ້ວ, ຄວາມເຄັ່ງຕຶງດ້ານພູມມີປະເທດການເມືອງ ໃນທົ່ວໂລກ ພວມປິນຂັ້ນໄດ, ແຕ່ບັນດາຕະຫຼາດອາຊີຕາເວັນອອກສ່ຽງໃຕ້ອາດຈະນຳມາເຊິ່ງຄວາມປອດໄພໃຫ້ແກ່ນັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ