ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າຫຼັກແຫຼ່ງຂອງ ລັດເຊຍ ຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -         ວັນທີ 28 ທັນວາ, ສຳນັກຂ່າວສານ TASS ໄດ້ຄັດສະເໜີຄຳເວົ້າຂອງທ່ານ Vyacheslav Kharinov ຜູ້ຕາງໜ້າການຄ້າ ລັດເຊຍ ປະຈຳ ຫວຽດນາມ ໂດຍໃຫ້ຮູ້ວ່າ: 

ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າຫຼັກແຫຼ່ງຂອງ ລັດເຊຍ ຢູ່ອາຊີຕາເວັນອອກສ່ຽງໃຕ້, ສິ່ງດັ່ງກ່າວໄດ້ຮັບການພິສູດຜ່ານໝາກຜົນແຫ່ງການຮ່ວມມືທາງດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດປີ 2018.

        ຕາມທ່ານ Kharinov ແລ້ວ, ວົງເງິນການຄ້າລະຫວ່າງ ລັດເຊຍ - ຫວຽດນາມ ປີ 2018 ໄດ້ເຕີບໂຕຢ່າງແຮງ, ຄາດວ່າ ອາດຈະລື່ນກາຍ 6,2 ຕື້ USD. ຕາມການສະຖິຕິຂອງຝ່າຍ ລັດເຊຍ ແລ້ວ, ປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ລັດເຊຍ ເຂົ້າ ຫວຽດນາມ ແມ່ນສະບຽງອາຫານ, ເຄື່ອງຈັກ, ເຄື່ອງອາໄຫຼ່…ໃນຂະນະນັ້ນ, ກຸ່ມອາໄຫຼ່ເອເລັກໂຕນິກ, ລວມມີເຄື່ອງຄອມພິວເຕີ, ໂທລະສັບ ແລະ ເຄື່ອງອາໄຫຼ່ນຳໜ້າໃນບັນຊີລາຍຊື່ສິນຄ້າຂອງ ຫວຽດນາມ ສົ່ງອອກໄປຍັງ ລັດເຊຍ.

        ທ່ານ Kharinov ຢືນຢັນວ່າ ບັນດາວິສາຫະກິດ ລັດເຊຍ ເອົາໃຈໃສ່ທີ່ສຸດເຖິງຕະຫລາດ ຫວຽດນາມ. ນອກຈາກສະບຽງອາຫານແລ້ວ, ບັນດາວິສາຫະກິດ ລັດເຊຍ ຍັງສະໜອງໃຫ້ບັນດາຄູ່ຮ່ວມມື ຫວຽດນາມ ມາດຕະການເຕັກໂນໂລຊີສູງ ເພື່ອກໍ່ສ້າງ “ນະຄອນອັດສະລິຍະ”.

 

ຕອບກັບ

ຂ່າວ/ບົດ​ອື່ນ