(VOVWORLD) - ວັນທີ 15 ມິຖຸນາ, ຢູ່ນະຄອນຫຼວງ ປຣາຮາ, ສ.ເຊັກໂກ, ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ສົມທົບກັບຫ້ອງການການຄ້າເຊັກໂກ ຈັດເວທີປາໄສວິສາຫະກິດ ເຊັກໂກ - ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ທ໊າຍຊວັນຢຸງ ກ່າວຄຳເຫັນທີ່ເວທີປາໄສ |
ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ທ໊າຍຊວັນຢຸງ ໃຫ້ຮູ້ວ່າ ເຖິງວ່າສະພາບການໂລກພວມມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ກໍ່ຕາມ ແຕ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ກໍ່ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ປັບປຸງ ແລະ ພັດທະນາຢ່າງແຮງ. ສອງຝ່າຍຍັງຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ.
ໂດຍແບ່ງປັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ສ.ເຊັກໂກ Edvard Kozusnik ໃຫ້ຮູ້ວ່າ:
ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ສ.ເຊັກໂກ ຫວ່າງໆມໍ່ໆມານີ້ ໄດ້ປະກອບສ່ວນເຂົ້າໃນການພັດທະນາການເຄື່ອນໄຫວດຳເນີນທຸລະກິດຂອງບັນດາວິສາຫະກິດ ເຊັກໂກ ຢູ່ ຫວຽດນາມ ແລະ ກົງກັນຂ້າມ. ພວກເຮົາໄດ້ມີການພົວພັນທີ່ຍາວນານ ແລະ ປັດຈຸບັນແມ່ນກາລະໂອກາດໃຫຍ່ເພື່ອຊຸກຍູ້ການເຕີບໂຕດຳເນີນທຸລະກິດຂອງບັນດາວິສາຫະກິດສອງຝ່າຍ. ເວທີປາໄສນີ້ແມ່ນບາດກ້າວສຳຄັນເພື່ອໃຫ້ສອງຝ່າຍແບ່ງປັນບົດຮຽນປະສົບການໃນການດຳເນີນທຸລະກິດ.