ຫວຽດນາມ ແມ່ນຈຸດເດັ່ນຂອງເສດຖະກິດໂລກ

(VOVWORLD) - ໃນບົດຂຽນທີ່ມີຊື່ວ່າ “ຈຸດຍອດຢ້ຽມເມື່ອທຽບໃສ່ສ່ວນຍັງເຫຼືອ” (Towering above the rest)  ທີ່ເອົາລົງໃນແວບໄຊ bangkokpost.com ...
ຫວຽດນາມ ແມ່ນຈຸດເດັ່ນຂອງເສດຖະກິດໂລກ - ảnh 1
(ພາບປະກອບHoàng Hùng/TTXVN)

ໃນສະພາບການທົ່ວໂລກມີຄວາມວິຕົກວັງວົນກ່ຽວກັບໄພເງິນເຟີ້ ແລະ ດອກເບ້ຍເພີ່ມຂຶ້ນສູງ, ຫວຽດນາມ ຄືດັ່ງຈຸດພົ້ນເດັ່ນເສດຖະກິດທີ່ຫາຍາກດ້ວຍລະດັບການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ທີ່ເປັນປົກກະຕິ ແລະ ແມ່ນ “ດິນແດນທີ່ເຕັມໄປດ້ວຍຄວາມຫວັງ” ຂອງບັນດານັກລົງທຶນ. ໃນບົດຂຽນທີ່ມີຊື່ວ່າ “ຈຸດຍອດຢ້ຽມເມື່ອທຽບໃສ່ສ່ວນຍັງເຫຼືອ” (Towering above the rest)  ທີ່ເອົາລົງໃນແວບໄຊ bangkokpost.com ໃນວັນທີ 19 ກັນຍາ, ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນຕະຫຼາດຫາກໍ່ພົ້ນເດັ່ນ, ນອນໃນຈຳນວນພື້ນຖານເສດຖະກິດມີລະດັບການເຕີບໂຕໄວທີ່ສຸດໃນໂລກ, ພວມດຶງດູດການລົງທຶນຈາກຕ່າງປະເທດຫຼາຍພໍສົມຄວນ. ຕາມບົດຂຽນແລ້ວ, ຕະຫຼາດຫຼັກຊັບຂອງ ຫວຽດນາມ ແມ່ນນຳມາເຊິ່ງອັດຕາສ່ວນເກັບທຶນຄືນສູງ. ໃນເດືອນສິງຫາ, ເມື່ອດັດຊະນີຕະຫຼາດຫຼັກຊັບຢູ່ຫຼາຍປະເທດຖືກຫລຸດລົງ, ແຕ່ຕະຫຼາດຫຼັກຊັບຢູ່ ຫວຽດນາມ ໄດ້ເພີ່ມຂຶ້ນ 4% ຍ້ອນອີງໃສ່ກະແສແຫຼ່ງທຶນສືບຕໍ່ເພີ່ມຂຶ້ນ ແລະ ບັນດາມາດຕະການກະຕຸກຊຸກຍູ້ເສດຖະກິດໂດຍລັດຖະບານໄດ້ວາງອອກ. ນະໂຍບາຍເງິນຕາຂອງ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນເໝາະສົມພໍສົມຄວນ, ພິເສດແມ່ນເມື່ອປຽບທຽບກັບບັນດາປະເທດພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ