ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ຕັ້ງ​ໜ້າ, ມີ​ບົດ​ບາດ​ສຳ​ຄັນ​ໃນ​ອົງ​ການ UNESCO

(VOVWORLD) -ພາຍຫຼັງເຂົ້າຮ່ວມອົງການດັ່ງກ່າວເປັນເວລາ 45 ປີ, ຫວຽດນາມ ໄດ້ ແລະ ກຳລັງເຂົ້າຮ່ວມຢ່າງຕັ້ງໜ້າ, ມີປະສິດທິຜົນເຂົ້າໃນອົງການຈັດຕັ້ງທີ່ໄດ້ຮັບຖືວ່າແມ່ນ “ຊາຍຄາແຫ່ງພູມປັນຍາ” ຂອງໂລກ. 
ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ຕັ້ງ​ໜ້າ, ມີ​ບົດ​ບາດ​ສຳ​ຄັນ​ໃນ​ອົງ​ການ UNESCO - ảnh 1ທ່ານ Michael Croft, ຫົວໜ້າຄະນະຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ (ພາບ: TTXVN)

ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ແມ່ນເວທີປາໄສ ທີ່ຊ່ວຍໃຫ້ ຫວຽດນາມ ປົກປ້ອງສິດ, ຜົນປະໂຫຍດ ແລະ ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດ, ເປັນເຈົ້າການຜັນຂະຫຍາຍການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດວັດທະນະທຳໄດ້ຢ່າງມີປະສິດທິຜົນ. ພາຍຫຼັງເຂົ້າຮ່ວມອົງການດັ່ງກ່າວເປັນເວລາ 45 ປີ, ຫວຽດນາມ ໄດ້ ແລະ ກຳລັງເຂົ້າຮ່ວມຢ່າງຕັ້ງໜ້າ, ມີປະສິດທິຜົນເຂົ້າໃນອົງການຈັດຕັ້ງທີ່ໄດ້ຮັບຖືວ່າແມ່ນ “ຊາຍຄາແຫ່ງພູມປັນຍາ” ຂອງໂລກ. ເດືອນກໍລະກົດ 2021 ແມ່ນເດືອນສະເຫຼີມສະຫຼອງວັນ ຫວຽດນາມ ເຂົ້າຮ່ວມ UNESCO ຄົບຮອບ 45 ປີ. (7/1976 – 7/2021).

        ຕາມທ່ານ Michael Croft, ຫົວໜ້າຄະນະຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ແລ້ວ, ນັບແຕ່ເມື່ອເຂົ້າຮ່ວມ UNESCO ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າທີ່ສຸດໃຫ້ແກ່ອົງການນີ້. ລະອຽດ, ຫວຽດນາມ ແມ່ນປະເທດສະມາຊິກທີ່ມີການເຄື່ອນໄຫວຢ່າງຕັ້ງໜ້າໃນວຽກງານນຳພາ ໃນຫຼາຍຄະນະກຳມະການທີ່ແຕກຕ່າງກັນ. ຫວຽດນາມ ກໍໜູນຊ່ວຍຫຼາຍຢ່າງໃຫ້ແກ່ການຜັນຂະຫຍາຍມະຕິສະບັບຕ່າງໆ ແລະ ສົນທິສັນຍາສະບັບໃໝ່ໃນຂົງເຂດວັດທະນະທຳ. ຜູ້ຕາງໜ້າອົງການ UNESCO ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່່ເຄື່ອນໄຫວຢ່າງຫ້າວຫັນ, ຕັ້ງໜ້າ ແລະ ເຮັດວຽກດ້ວຍການມຸ່ງໄປເຖິງເປົ້າໝາຍທີ່ສູງກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ