ຫວຽດນາມ ແມ່ນໜຶ່ງໃນ 10 ປະເທດ ຮັບເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ ຫຼາຍທີ່ສຸດໃນໂລກ
(VOVWORLD) - ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ ຫວຽດນາມ ໃນຊຸມວັນທ້າຍປີ ເພີ່ມຂຶ້ນຢ່າງແຮງ ແລະ ຈະສືບຕໍ່ເພີ່ມຂຶ້ນໃນໄລຍະໃກ້ກັບບຸນເຕັດ.
ພາບປະກອບ: vnbusiness |
ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມ ຝາກມາ ຫວຽດນາມ ໃນປີ 2023 ເພີ່ມຂຶ້ນປະມານ 25 – 30% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຂໍ້ມູນໂດຍຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຍົກອອກມາທີ່ການຖະແຫຼງຂ່າວໃນຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ. ຕາມທ່ານ ຫງວຽນແມັງດົງ, ຮອງຫົວໜ້າຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລ້ວ, ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ ຫວຽດນາມ ໃນຊຸມວັນທ້າຍປີ ເພີ່ມຂຶ້ນຢ່າງແຮງ ແລະ ຈະສືບຕໍ່ເພີ່ມຂຶ້ນໃນໄລຍະໃກ້ກັບບຸນເຕັດ. ໃນນັ້ນ, ຈຳນວນເງິນຕາຕ່າງປະເທດ ໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມານະຄອນ ໂຮ່ຈີມິນ ແມ່ນຫຼາຍທີ່ສຸດ. ຕາມທະນາຄານແຫ່ງລັດ ສາຂານະຄອນ ໂຮ່ຈີມິນ ແລ້ວ, ຈຳນວນ ເງິນຕາຕ່າງປະເທດ ໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາໃນປີ 2023 ຄາດວ່າບັນລຸ ເກືອບ 9 ຕື້ USD, ເພີ່ມຂຶ້ນ 35% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຈຳນວນເງິນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.