ຫວຽດນາມ ແລະ UAE, ຮູບແບບທົ່ວໂລກກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະຍາດ

(VOVWORLD) -UAE ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ຕາເວັນອອກກາງ ແລະ ອາຟະລິກາເໜືອ ໃນຂະນະທີ່ ຫວຽດນາມ ຢືນອັນດັບທີໜຶ່ງໃນຈໍານວນບັນດາຄູ່ຮ່ວມມືການຄ້າຂອງ UAE ຢູ່ ອາຊີຕາເວັນອອກສ່ຽງໃຕ້.

  ຫວ່າງມໍ່ໆມານີ້,  ທ່ານ Sultan bin Saeed Al Mansouri ລັດຖະມົນຕີກະຊວງເສດຖະກິດ ສະຫະລັດ ອາຣັບ ເອມມີເລດ (UAE) ໃຫ້ຮູ້ວ່າ UAE ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ຕາເວັນອອກກາງ ແລະ ອາຟະລິກາເໜືອ ໃນຂະນະທີ່ ຫວຽດນາມ ຢືນອັນດັບທີໜຶ່ງໃນຈໍານວນບັນດາຄູ່ຮ່ວມມືການຄ້າຂອງ UAE ຢູ່ ອາຊີຕາເວັນອອກສ່ຽງໃຕ້.

ຕາມທ່ານລັດຖະມົນຕີກະຊວງເສດຖະກິດ Mansouri ແລ້ວ, UAE ແລະ ຫວຽດນາມ ອາດຈະບັນລຸໄດ້ບັນດາເປົ້າໝາຍພັດທະນາວັດທະນາຖາວອນໃນການພົວພັນດ້ານເສດຖະກິດ ແລະ ສ້າງຕັ້ງຮູບແບບທົ່ວໂລກ ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດປະສົບຜົນສໍາເລັດ. ທ່ານ Mansouri ຊີ້ໃຫ້ເຫັນວ່່າ ບັນດາຂໍ້ມູນດ້ານການຄ້າ ແລະ ການລົງທຶນໃນຊຸມປີຜ່ານມາໄດ້ສະແດງໃຫ້ເຫັນບັນດາຜົນງານເຊິ່ງສອງປະເທດບັນລຸໄດ້. ນີ້ແມ່ນກໍາລັງໜູນຊຸກຍູ້ ແລະ ເປີດກວ້າງຂອບເຂດການຮ່ວມມືລະຫວ່າງ UAE ແລະ ຫວຽດນາມ ໃນທຸກຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ດີກວ່າອີກ.

ທ່ານລັດຖະມົນຕີກະຊວງເສດຖະກິດ UAE ຖືວ່າ ບັນດາບໍລິສັດຫວຽດນາມ ອາດຈະລົງທຶນເຂົ້າ UAE ເພື່ອຊົມໃຊ້ຜົນປະໂຫຍດຈາກສະພາບແວດລ້ອມແຫ່ງການລົງທຶນ ແລະ ບັນດາພື້ນຖານໂຄງລ່າງທີ່ກ້າວໜ້າ  ຈາກນັ້ນ ເພື່ອແມ່ນຈຸດສົ່ງອອກທີ່ດີໄປຍັງຕາເວັນອອກກາງ, ອາຟະລິກາ ແລະ ເອີຣົບ.


ຕອບກັບ

ຂ່າວ/ບົດ​ອື່ນ