ຫວຽດນາມ ແລະ ກູບາ ເພີ່ມທະວີການພົວພັນມິດຕະພາບ

(VOVWORLD) - ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຫງວຽນທິທູຮ່າ ໄດ້ພົບປະກັບກັບທ່ານນາງ Teresa Amarelle Boue ກຳມະການກົມການເມືອງ ພັກກອມມູນິດ ກູບາ

ວັນທີ 13 ກໍລະກົດ, ຄະນະຜູ້ແທນສະຫະພັນແມ່ຍິງ ຫວຽດນາມ ໂດຍທ່ານນາງ ຫງວຽນທິທູຮ່າ, ປະທານສະຫະພັນແມ່ຍິງ ນຳໜ້າໄດ້ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ກູບາ (ແຕ່ວັນທີ 7 – 13 ກໍລະກົດ). ໃນໄລຍະຢູ່ຢ້ຽມຢາມ, ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຫງວຽນທິທູຮ່າ ໄດ້ພົບປະກັບກັບທ່ານນາງ Teresa Amarelle Boue ກຳມະການກົມການເມືອງ ພັກກອມມູນິດ ກູບາ, ພ້ອມທັງແມ່ນເລຂາທິການໃຫຍ່ສະຫະພັນແມ່ຍິງ ກູບາ (FMC). 2 ຝ່າຍໃຫ້ຄຳໝັ້ນສັນຍາຮັດແໜ້ນການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນ 2 ອົງການຈັດຕັ້ງແມ່ຍິງ; ແບ່ງປັນບັນດາເປົ້າໝາຍ, ບັນດາຜົນງານໃນວຽກງານມອບສິດໃຫ້ເພດຍິງ, ກໍ່ຄືບັນດາສິ່ງທ້າທາຍຕ້ອງປະເຊີນໜ້າ.

        ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຢືນຢັນວ່າ ພ້ອມແລ້ວທີ່ຈະແບ່ງປັນກັບປະເທດເພື່ອນມິດກ່ຽວກັບບັນດາການເຄື່ອນໄຫວ ແລະ ບົດຮຽນໃນວຽກງານຂອງສະຫະພັນແມ່ຍິງ, ຕັ້ງໜ້າເຂົ້າຮ່ວມບັນດາແຜນການຊຸກຍູ້ພື້ນຖານເສດຖະກິດຂອງປະເທດຊາດ ແລະ ວຽກງານກະກຽມເພື່ອປັບຕົວໃຫ້ເຂົ້າກັບການພັດທະນາຢ່າງແຮງຂອງເຕັກໂນໂລຊີໃນຍຸກສະໄໝໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ