ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືປ້ອງກັນຕ້ານຢາເສບຕິດ
ທ່ານ ຫວູດຶກດາມ ແລະ ທ່ານ Ke Kim Yan
(ພາບ: VGP)
(vovworld) - ຕອນເຊົ້າວັນທີ 19/04 ຢູ່ ຮ່າໂນ້ຍ ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນຕ້ານຢາເສບຕິດ, ໂສເພນີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Ke Kim Yan ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນຕ້ານຢາເສບຕິດ ກຳປູເຈຍ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ແລກປ່ຽນສະພາບການ, ແບ່ງປັນທັດສະນະສົມທົບກັນແກ້ໄຂບັນດາບັນຫາຢາເສບຕິດແມ່ນຈຳເປັນທີ່ສຸດ. ສິ່ງດັ່ງກ່າວ ຊ່ວຍຍົກສູງປະສິດທິຜົນວຽກງານປ້ອງກັນຕ້ານຢາເສບຕິດຂອງ 2 ປະເທດ, ປະກອບສ່ວນແກ້ໄຂບັນຫາຢາເສບຕິດໃນພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຖືເປັນສຳຄັນ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບປະຊາຄົມສາກົນ, ບັນດາປະເທດໃນພາກພື້ນ ພິເສດແມ່ນບັນດາປະເທດມີເສັ້ນຊາຍແດນຮ່ວມ ເພື່ອຕໍ່ສູ້ບັນຫາຢາເສບຕິດຢ່າງມີປະສິດທິຜົນ.
ສ່ວນທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Ke Kim Yan ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວສົມທົບປ້ອງກັນຕ້ານຢາເສບຕິດໃນໄລຍະຈະມາເຖິງ. ກຳປູເຈຍ ປາດຖະໜາຢາກ ຫວຽດນາມ ຍູ້ໄວການໜູນຊ່ວຍ ກໍ່ສ້າງຮາກຖານບຳບັດຜູ້ທີ່ຕິດຢາເສບຕິດໂດຍອີງໃສ່ວົງຄະນະຍາດ.