ຫວຽດນາມ ແລະ ກຳປູເຈຍຊຸກຍູ້ການຮ່ວມມືໃນວຽກງານກວດກາ

ຫວຽດນາມ ແລະ ກຳປູເຈຍຊຸກຍູ້ການຮ່ວມມືໃນວຽກງານກວດກາ - ảnh 1
ທ່ານນາງຮອງນາຍົກລັດຖະມົນຕີ Men Sam On ມອບ​ລຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ຫົວໜ້າ​ອົງ​ການ​ກວດກາ​​ລັດຖະບານ​ຫວຽດນາມ

(vovworld) - ຕອນ​ບ່າຍ​ວັນ​ທີ 13/2, ຄະນະ​ຜູ້​ແທນ​ອົງການ​ກວດກາ​​ລັດຖະບານ​ຫວຽດນາມ ​ໂດຍ​ທ່ານ ຮິ່ງຟ​ອງ​ແຈງ, ຫົວໜ້າອົງການ​ກວດກາ​​ລັດຖະບານ​ນຳ​ໜ້າ​ພວມ​ມີ​ການ​ຢ້ຽມຢາມ​ກຳປູ​ເຈຍ, ​​ໃນ​ການ​ເຮັດ​ວຽກ​ກັບ​ທ່ານ​ນາງ Men Sam On, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພົວພັນ​ກັບ​ສະພາ​ແຫ່ງ​ຊາດ - ສະພາ​ສູງ ​ແລະ ອົງການ​ກວດກາ​ ກຳ​ປູ​ເຈຍ. 2 ຝ່າຍ​​ໄດ້​ລົງ​ນາມ​ໃນບົດ​ບັນທຶກ​ຊ່ວຍ​ຈຳ ​ແລະ ການຮ່ວມ​ມື​ລະຫວ່າງ​ອົງການ​ກວດກາ 2 ປະ​ເທດ. 2 ຝ່າຍ​ກໍໄດ້​ແລກປ່ຽນ​ບາງ​ບົດຮຽນ​ໃນ​ການ​ຊີ້ນຳ​ບໍລິຫານການ​ເຄື່ອນ​ໄຫວ​ກວດກາ ​ແກ້​ໄຂ​ການ​ຮ້ອງທຸກ, ຮ້ອງ​ຟ້ອງ ​ແລະ ສະກັດ​ກັ້ນ​ໄພ​ສໍ້​ລາດ​ບັງ​ຫຼວງ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ຮອງ​ນາຍົກລັດຖະມົນຕີ Men Sam On ​ໄດ້​ມອບ​ລຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ຫົວໜ້າ​ອົງ​ການ​ກວດກາ​​ລັດຖະບານ​ຫວຽດນາມ ​ແລະ ​ໂຮງຮຽນ​ບຳລຸງ​ສ້າງ​ວິຊາການກວດກາ.

                                                                             ນັກ​ຂ່າວ VOV ປະຈຳ ກຳປູ​ເຈຍ

ຂ່າວ/ບົດ​ອື່ນ