ຫວຽດນາມ ແລະ ຊູແອັດ ເພີ່ມທະວີການຮ່ວມມື ໃນຫຼາຍຂົງເຂດ
ທ່ານນາງ ດວານທິເຟືອງຢູງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ
ລາຊະອານາຈັກ ຊູແອັດ ແລະ ເຈົ້າຊີວິດ ຊູແອັດ Carl XVI Gustaf
(vovworld) - ທ່ານນາງ ດວານທິເຟືອງຢູງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ຊູແອັດ ຫາກໍ່ຍື່ນສານຕາຕັ້ງຂຶ້ນ ເຈົ້າຊີວິດ ຊູແອັດ Carl XVI Gustaf. ທີ່ການຕ້ອນຮັບ ທ່ານນາງ ດວານທິເຟືອງຢູງ ເອກອັກຄະລັດຖະທູດ ຫວຽດນາມ ພາຍຫຼັງພິທີຍື່ນສານຕາຕັ້ງ, ເຈົ້າຊີວິດ ຊູແອັດ Carl XVI Gustaf ສະແດງຄວາມປາດຖະໜາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ຊູແອັດ ແລະ ຫວຽດນາມ ນັບມື້ນັບພັດທະນາອັນດີງາມໃນອະນາຄົດ. ສ່ວນ ທ່ານນາງ ດວານທິເຟືອງຢູງ ເອກອັກຄະລັດຖະທູດ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ແລະ ການຮ່ວມມືຫຼາຍດ້ານກັບ ຊູແອັດ, ພິເສດແມ່ນ ໃນຂົງເຂດສາທາລະນະສຸກ, ການຄ້າ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ. ສະແດງຄວາມເປັນກຽດທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຊູແອັດ, ທ່ານນາງ ເອກອັກຄະລັດຖະທູດ ເໜັ້ນໜັກວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີເປັນມູນເຊື້ອ, ແລະ ການຮ່ວມມືຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.