ຫວຽດນາມ ແລະ ນິວຊີແລນ ລົງນາມໃນໂຄງການເຄື່ອນໄຫວ ໄລຍະ 2021 – 2024 ແນໃສ່ຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ
(VOVWORLD) -ວັນທີ 08 ທັນວາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານນາງ ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລັນ Nanaia Mahuta ໄດ້ພ້ອມກັນລົງນາມໃນໂຄງການເຄື່ອນໄຫວ ຫວຽດນາມ - ນິວຊີແລນ ໄລຍະ 2021 – 2024 ເພື່ອແນໃສ່ຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.
ພິທີລົງນາມໃນໂຄງການ ເຄື່ອນໄຫວ ຫວຽດນາມ - ນິວຊີແລນ ໄລຍະ 2021 – 2024 ແບບທາງໄກ (ພາບ: VOV) |
ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຊື່ອໝັ້ນວ່າ ດ້ວຍເນື້ອໃນທີ່ອຸດົມສົມບູນ ແລະ ກວ້າງເລິກ, ໂຄງການເຄື່ອນໄຫວ ຫວຽດນາມ - ນິວຊີແລນ ໄລຍະ 2021 – 2024 ຈະຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນທຸກຂົງເຂດໃນໄລຍະຈະມາເຖິງຫຼາຍກວ່າອີກ. ທ່ານກໍສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງສອງປະເທດຍັງສືບຕໍ່ຮັກສາກົນໄກຮ່ວມມືໃນບັນດາຂົງເຂດການເມືອງ, ການປ້ອງກັນຊາດ, ກະສິກຳ, ສາທາລະນະສຸກ ໃນປີຜ່ານມາ ໃນຂະນະທີ່ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ.
ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ນິວຊີແລນ Nanaia Mahuta ເນັ້ນໜັກວ່າ ນິວຊີແລນ ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ເປັນສຳຄັນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນການຟື້ນຟູເສດຖະກິດ; ພ້ອມທັງຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດ ການຄ້າ - ການລົງທຶນ, ການສຶກສາ, ເສດຖະກິດດີຈີຕອນ ແລະ ການປ່ຽນແປງຂອງດິນຟ້າອາກາດ ໃຫ້ຫຼາຍກວ່າອີກ ແລະ ສູ້ຊົນບັນລຸວົງເງິນການຄ້າສອງສົ້ນໃຫ້ໄດ້ 2 ຕື້ USD ໃນປີ 2024.