ຫວຽດ​ນາມ ແລະ ບົດ​ສວ​າ​ນາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ ການ​ຄ້າ

(VOVWORLD) -ທ່ານ ເອກອັກຄະລັດຖະທູດ ຫວູວັນຢູງສະແດງຄວາມເປັນກຽດທີ່ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດ ທັງເປັນຜູ້ຮັບຜິດຊອບ ບົດສວານາ

ຫວ່າງແລ້ວນີ້, ຢູ່ ນະຄອນຫຼວງ Gaborone, ທ່ານ ຫວູວັນຢູງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫວຽດນາມ ທັງເປັນຜູ້ຮັບຜິດຊອບ ບົດສວານາ ໄດ້ຍື່ນສານຕາຕັ້ງ ຕໍ່ທ່ານ Seretse Khama Ian Khama ປະທານາທິບໍດີ ສາທາລະນະລັດ ບົດສວານາ.

        ທ່ານ ເອກອັກຄະລັດຖະທູດ ຫວູວັນຢູງສະແດງຄວາມເປັນກຽດທີ່ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດ ທັງເປັນຜູ້ຮັບຜິດຊອບ ບົດສວານາ, ສົ່ງພອນໄຊອັນປະເສີດທີ່ສຸດຂອງ ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ຫວຽດນາມ ແລະ ບັນດາການນຳ ຫວຽດນາມ ເຖິງ ທ່ານ ປະທານາທິບໍດີ Ian Khama ແລະ ຄຳເຊື້ອເຊີນ ປະທານາທິບໍດີ ມາຢ້ຽມຢາມ ຫວຽດນາມ. ທ່ານ ເອກອັກຄະລັດຖະທູດ ຫວູວັນຢູງປາດຖະໜາວ່າ ສາຍພົວພັນເສດຖະກິດ, ການຄ້າສອງຝ່າຍພັດທະນາກວ່າອີກ, ລື່ນກ່າຍລະດັບ 30 ລ້ານ USD ໃນປະຈຸບັນ.

        ທ່ານ ປະທານາທິບໍດີ Seretse Khama Ian Khama ໃຫ້ຮູ້ວ່າ ບົດສວານາ ສະໜັບສະໜູນ ຫວຽດນາມ ກາຍເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020 – 2021; ຊົມເຊີຍ ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ເລີ່ມຕົ້ນການປະຕິບັດໜ້າທີ່ການທູດ ແລະ ອວຍພອນ ເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ຢ່າງຈົບງາມປະກອບສ່ວນຊຸກຍູ້ສາຍພົວພັນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ