ຫວຽດນາມ ແລະ ລາວ ແບ່ງປັນບົດຮຽນສື່ມວນຊົນທັນສະໄໝ
( ພາບປະກອບຈາກອີນເຕີແນດ )
( vovworld ) - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳລາວ ໃຫ້ຂ່າວວ່າ, ວັນທີ 20/2 ຢູ່ນະຄອນຫຼວງວຽງຈັນ, ກະຊວງຖະແຫຼງຂ່າວ ແລະ ໂທລະຄົມຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວລາວ ເປີດຊຸດຝຶກອົບຮົມແບ່ງປັນບົດຮຽນດ້ານວິຊາການສື່ມວນຊົນທັນສະໄໝໃຫ້ແກ່ນັກຂ່າວລາວ. ຊຸດຝຶກອົບຮົມມີ 30 ຄົນທີ່ມາຈາກບັນດາໜັງສືພິມ, ວິທະຍຸສູນກາງ ແລະ 17 ແຂວງ, ນະຄອນໃນທົ່ວປະເທດລາວ. ກະຊວງຖະແຫຼງຂ່າວ ແລະ ໂທລະຄົມຫວຽດນາມ ໄດ້ສົ່ງນັກຂ່າວທີ່ມີປະສົບການ 4 ຄົນໄປແລກປ່ຽນບົດຮຽນກັບນັກຂ່າວລາວ. ທ່ານລັດຖະມົນຕີກະຊວງຖະແຫຼງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວລາວ ບໍ່ແສງຄຳ ວົງດາລາ ຊີ້ແຈງວ່າ ບົດຮຽນດ້ານວິຊາການເຊິ່ງບັນດານັກຂ່າວຫວຽດນາມ ແບ່ງປັນຈະຊ່ວຍຍົກສູງຄວາມຮູ້ດ້ານວິຊາການເພື່ອໃຫ້ນັກຂ່າວລາວ ເຊື່ອມໂຍງກັບສື່ມວນຊົນສາກົນ, ພິເສດແມ່ນຊ່ວຍນັກຂ່າວລາວ ສອງແສງບັນດາເຫດການຂອງປີແຫ່ງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ, ໂຄສະນາພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ກໍຄືເຫດການສຳຄັນຕ່າງໆຂອງສອງປະເທດຄື; 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ, 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ - ລາວ.