ຫວຽດນາມ ແລະ ສະພາຄວາມໝັ້ນຄົງ ສປຊ: ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ລີບີ ເຊື່ອມຕໍ່ການເຈລະຈາຄືນໃໝ່ໂດຍໄວ
(VOVWORLD) -ວັນທີ 2 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມເປີດທາງອອນລາຍ ກ່ຽວກັບສະພາບການຢູ່ ລີບີ ແລະ ການເຄື່ອນໄຫວຂອງຄະນະໜູນຊ່ວຍຂອງ ສປຊ ປະຈຳ ລີບີ (UNSMIL).
ກອງປະຊຸມເປີດທາງອອນລາຍ ກ່ຽວກັບສະພາບການຢູ່ ລີບີ |
ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຊຸກຍູ້ບັນດາຄຳໝັ້ນສັນຍາຂອງກອງປະຊຸມ Berlin ກ່ຽວກັບ ລີບີ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ສະພາຄວາມໝັ້ນຄົງ ຢູ່ໃນມະຕິເລກທີ 2510. ທ່ານເອກອັກຄະລັດຖະທູດ ຮັບຮູ້ຖະແຫຼງການທີ່ໄດ້ປະກາດໃນວັນທີ 21 ສິງຫາ ຂອງບັນດາຝ່າຍທີ່ກ່ຽວຂ້ອງ, ຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິສົງຄາມ ແລະ ກັບຄືນສູ່ການເຈລະຈາໂດຍສັນຕິ ຜ່ານ 3 ຊ່ອງທາງ ການເມືອງ - ການທະຫານ - ເສດຖະກິດ; ຮັບຮູ້ຄວາມມານະພະຍາຍາມຂອງ ສປຊ, UNSMIL, ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ລີບີ ແລະ ບັນດາອົງການຈັດຕັ້ງຂອງພາກພື້ນໃນການຊຸກຍູ້ສັນຕິພາບຢູ່ ລີບີ; ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຄຳສັ່ງຂວ້ຳບາດອາວຸດ ຂອງ ສະພາຄວາມໝັ້ນຄົງ ແລະ ຢຸດຕິການແຊກແຊງຈາກພາຍນອກ. ທ່ານ ດັ້ງດິ່ງກຸ໊ຍ ກໍຢັ້ງຢືນວ່າ ຫວຽດນາມສະໜັບສະໜູນການເຄື່ອນໄຫວຂອງ UNSMIL, ໃນນັ້ນ ມີການຕໍ່ກຳນົດເວລາການປະຕິບັດໜ້າທີ່ຂອງ UNSMIL ຕື່ມອີກ 12 ເດືອນ, ກໍຄື ແຕ່ງຕັ້ງຜູ້ຕາງໜ້າພິເສດຂອງ ເລຂາທິການໃຫຍ່ ສປຊ ກ່ຽວກັບ ລີບີ ໂດຍໄວ.