ຫວຽດ​ນາມ ແລະ ສະ​ວິດ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ

(VOVWORLD) -ທີ່ການຕ້ອນຮັບ, ທ່ານ ຫງວຽນຈິ້ຢຸງ ໄດ້ຢັ້ງຢືນວ່າ ສະວິດແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ, ທ່ານກໍ່ຕີລາຄາສູງໂຄງການຮ່ວມມືດ້ວຍລະດັບເງິນສະໜັບສະໜູນເກືອບ 80 ລ້ານ USD ໃນໄລຍະ 2021 – 2024 ລະຫວ່າງ ສະວິດ ແລະ ຫວຽດນາມ. 
ຫວຽດ​ນາມ ແລະ ສະ​ວິດ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ  ສະວິດ Ignazio Cassis (ພາບ: TTXVN)

ຕອນບ່າຍວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງຽວນຈິ໊ຢຸງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີ, ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຫງວຽນຈິ້ຢຸງ ໄດ້ຢັ້ງຢືນວ່າ ສະວິດແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ, ທ່ານກໍ່ຕີລາຄາສູງໂຄງການຮ່ວມມືດ້ວຍລະດັບເງິນສະໜັບສະໜູນເກືອບ 80 ລ້ານ USD ໃນໄລຍະ 2021 – 2024 ລະຫວ່າງ ສະວິດ ແລະ ຫວຽດນາມ. ທ່ານລັດຖະມົນຕີ ຫງວຽນຈິ໊ຢຸງ ໄດ້ສະເໜີໃຫ້ລັດຖະບານ ສະວິດມີຄວາມເອົາໃຈໃສ່ຕໍ່ບັນຫາຜັນຂະຫຍາຍຍຸດທະສາດເຕີບໂຕຂຽວຂອງ ຫວຽດນາມ.

ສ່ວນ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງສອງຝ່າຍຈະສຸມໃສ່ເຂົ້າການພັດທະນາແບບຍືນຍົງ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ວິທະຍາສາດເຕັກໂນໂລຢີ. ທ່ານ Ignazio Cassis ກໍ່ສະໜັບສະໜູນຂໍ້ລິເລີ່ມຂອງທ່ານລັດຖະມົນຕີ ຫງວຽນຈິ້ຢຸງ  ກ່ຽວກັບການລະດົມແຫຼ່ງກຳລັງຈາກ ສະວິດໃຫ້ແກ່ໂຄງການໜູນຊ່ວຍວິສາຫະກິດຫັນເປັນດີຈີຕອນ, ເພີ່ມທະວີການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ