ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາແຫ່ງລັດສະວິດ Ivo Bischofberger |
(vovworl)- ຄະນະຜູ້ແທນສະພາແຫ່ງລັດແຫ່ງສະຫະພັນສະວິດ ໂດຍທ່ານປະທານສະພາແຫ່ງລັດສະວິດ Ivo Bischofberger ນຳໜ້າ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 28-31/3. ຕອນເຊົ້າວັນທີ 29/3, ພາຍຫຼັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາແຫ່ງລັດສະວິດ Ivo Bischofberger ໄດ້ມີການເຈລະຈາ. 2 ຝ່າຍໄດ້ພ້ອມກັນແບ່ງປັນບົດຮຽນໃນຂົງເຂດຮັກສາສິ່ງແວດລ້ອມ. ໃນນັ້ນ ຫວຽດນາມຫວັງວ່າສະວິດຈະໃຫ້ການແລກປ່ຽນບົດຮຽນ ແລະ ຫນູນຊ່ວຍເຕັກນິກໃນວຽກງານສ້າງກົດໝາຍໃນ ຂົງເຂດຮັກສາສິ່ງແວດລ້ອມ. 2 ຝ່າຍເຫັນດີ ໃນໄລຍະທີ່ຈະມາເຖິງ ຈະສົມທົບກັນຢ່າງແໜ້ນແຟ້ນໃນຂົງເຂດສຶກສາ ແລະ ບຳລຸງສ້າງ, ພິເສດແມ່ນໃນການບຳລຸງສ້າງວິຊາຊີບທີ່ມີການເຊື່ອມຕໍ່ກັບບັນດາວິສາຫະກິດທີ່ພວມລົງທຶນຢູ່ຫວຽດນາມ. ກ່ຽວກັບການຮ່ວມມືລັດຖະສະພາລະຫວ່າງ 2 ປະເທດ, ຜູ້ນຳທັງ 2 ຢືນຢັນວ່າ ໃນໄລຍະທີ່ຈະມາເຖິງ, ຈະຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ບັນດາກຳມາທິການ, ກຸ່ມ ສ.ສ.ຊ ມິດຕະພາບ ແນໃສ່ເພີ່ມຄວາມເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ.
ໃນຕອນບ່າຍຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງລັດສະວິດ Ivo Bischofberger. ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ສະແດງຄວາມປິຕິຊົມຊືນຕໍ່ໜ້າການພັດທະນາຢ່າງດີງງາມໃນການພົວພັນລະຫວ່າງ 2 ປະເທດ, ເປັນຕົ້ນແມ່ນໃນຂົງເຂດການເມືອງ, ການທູດ, ການຄ້າ ແລະ ການລົງທຶນ…. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເນັ້ນໜັກເຖິງເລື່ອງຫວຽດນາມຊົມເຊີຍ ແລະ ຫວັງໃຫ້ນັບມື້ນັບມີວິສາຫະກິດສະວິດຫຼາຍແຫ່ງເຂົ້າມາລົງທຶນ ດຳເນີນທຸລະກິດຢູ່ຫວຽດນາມ.
ສ່ວນທ່ານປະທານສະພາແຫ່ງລັດສະວິດ Ivo Bischofberger ຕີລາຄາສູງການພົວພັນຮ່ວມມື 2 ຝ່າຍໃນໄລຍະທີ່ຜ່ານມາ ແລະ ໃຫ້ຮູ້ວ່າ ສະວິດເອົາໃຈໃສ່ທີ່ສຸດເຖິງບັນດາໂຄງການຮ່ວມມືພັດທະນາທີ່ສະຫງວນໃຫ້ແກ່ຫວຽດນາມ ແລະ ຈະຊຸກຍູ້ການປະຕິບັດບັນດາໂຄງການນີ້. ທ່ານປະທານສະພາແຫ່ງລັດສະວິດ Ivo Bischofberger ສະໜັບສະໜູນຫວຽດນາມກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງແຫ່ງ ສ.ປ.ຊ ອາຍຸການ 2020-2021.