ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ
ຕ້ອນຮັບທ່ານ Yuri Petrovich Trutnev
(ພາບ: VGP)
(vovworld) – ວັນທີ 15/03 ຢູ່ຮ່າໂນ້ຍ ທີ່ການຕ້ອນຮັບທ່ານ Yuri Petrovich Trutnev ຮອງນາຍົກລັດຖະມົນຕີສະຫະພັນ ລັດເຊຍ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 14 – 15/03, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແກ່ການຮ່ວມມືທຸກດ້ານກັບ ລັດເຊຍ. ເຖິງຢ່າງໃດກໍ່ຕາມ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຖືວ່າ: ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ທີ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າອ່ຽງຂອງແຕ່ລະຝ່າຍ. ດັ່ງນັ້ນ, ໃນໄລຍະຈະມາເຖິງ 2 ຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດດັ່ງກ່າວ.
ສ່ວນທ່ານ Yuri Petrovich Trutnev ຮອງນາຍົກລັດຖະມົນຕີສະຫະພັນ ລັດເຊຍ ກໍ່ເຫັນດີເປັນເອກະພາບຕໍ່ຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກ່ຽວກັບການຮ່ວມມືໃນຂົງເຂດການຄ້າ, ການລົງທຶນລະຫວ່າງ 2 ປະເທດ. ທ່ານ Yuri Petrovich Trutnev ໃຫ້ຮູ້ວ່າ ປະຈຸບັນດ້ວຍວົງເງິນການຄ້າ 2 ສົ້ນບັນລຸປະມານ 3,8 ຕື້ USD, ເພື່ອບັນລຸຄາດໝາຍ 20 ຕື້ USD ໃນປີ 2020 ຄືດັ່ງການນຳຂັ້ນສູງ 2 ຝ່າຍມີຄວາມມຸ່ງຫວັງນັ້ນ ຈຳເປັນຕ້ອງມານະພະຍາຍາມອັນໃຫຍ່ຫລວງຂອງລັດຖະບານ, ວິສາຫະກິດ 2 ປະເທດ. ລັດຖະບານ ລັດເຊຍ ປາດຖະໜາຢາກໃຫ້ນັບມື້ນັບມີວິສາຫະກິດ ຫວຽດນາມ ຫລາຍແຫ່ງມາລົງທຶນຢູ່ ລັດເຊຍ, ພິເສດແມ່ນເຂດຕາເວັນອອກໄກ.