ຫວຽດນາມ ແລະ ສະຫະພັນລັດເຊຍສູ້ຊົນນຳການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່.
ທ່ານປະທານ ດູມາແຫ່ງຊາດລັດເຊຍ Sergry Yevgenyevich Naryshkin
ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ
|
(vovworld)- ໂດຍໄດ້ຮັບຄຳເຊີນຈາກທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ຄະນະຜູ້ແທນຂັ້ນສູງດູມາແຫ່ງຊາດ, ສະພາແຫ່ງຊາດລັດເຊຍໂດຍທ່ານປະທານ ດູມາແຫ່ງຊາດລັດເຊຍ Sergry Yevgenyevich Naryshkin ນຳໜ້າ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ. ທີ່ການເຈລະຈາເມື່ອຕອນບ່າຍວັນທີ 2/12, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຢືນຢັນວ່າ ລັດເຊຍແມ່ນຄູ່ຮ່ວມມືທີ່ສຳຄັນທີ່ສຸດ ແລະ ແມ່ນຜູ້ສົ່ງອອກອາວຸດອັນດັບໜຶ່ງຂອງຫວຽດນາມ. ຫວຽດນາມຫວັງຢາກພ້ອມກັບລັດເຊຍນຳການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່. ສ່ວນທ່ານປະທານ ດູມາແຫ່ງຊາດລັດເຊຍ Sergry Yevgenyevich Naryshkin ປາຖະໜາວ່າ ດ້ວຍເລື່ອງ 2 ຝ່າຍບັນລຸໝາກຜົນສູງໂດຍໄວໃນການເຈລະຈາ 3 ຮອບ FTA ລະຫວ່າງຫວຽດນາມກັບພັນທະພາບພາສີໃນຕົ້ນປີ 2015 ແມ່ນຈະຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນ. ທ່ານປະທານ ດູມາແຫ່ງຊາດລັດເຊຍ Sergry Yevgenyevich Naryshkin ຍັງຢືນຢັນວ່າ ໃນໄລຍະທີ່ຈະມາເຖິງ, ຈະໃຫ້ບຸລິມາສິດຮ່ວມມືກັບຫວຽດນາມໃນຂົງເຂດເຕັກໂນໂລຢີນາໂນ, ເຕັກໂນໂລຢີຂໍ້ມູນຂ່າວສານ….ຍູ້ແຮງການຮ່ວມມືກັບຫວຽດນາມໃນການຜັນຂະຫຍາຍບັນດາໂຄງການວິທະຍາສາດເຕັກໂນໂລຢີທີ່ໄດ້ຕົກລົງກັນ. 2 ຝ່າຍໄດ້ຕົກລົງກັນຊຸກຍູ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ແລະ ກໍໃນຂອບເຂດການ ຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານປະທານ ດູມາແຫ່ງຊາດລັດເຊຍ Sergry Yevgenyevich Naryshkin ໄດ້ມີການພົບປະແລກປ່ຽນກັບນັກສຶກສາມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຢ່າງສະໜິດສະໜົມ.