ຫວຽດນາມ ແລະ ອີຢູ ກະກຽມການເຈລະຈາການຄ້າເສລີ ສຳເລັດ

ຫວຽດນາມ ແລະ ອີຢູ ກະກຽມການເຈລະຈາການຄ້າເສລີ ສຳເລັດ - ảnh 1
ທ່ານ Kerel De Gucht
ພາບ: internet


(vovworld) -  ຕອນ​ບ່າຍ​ວັນ​ທີ 31/3, ທ່ານ Kerel De Gucht ກຳມະການ​ຮັບຜິດຊອບ​ດ້ານ​ການ​ຄ້າ​ຂອງ ສະຫະພາບ​ເອີ​ລົບ (EU) ​ແລະ ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​ໄດ້​ສຳ​ເລັດ​ວຽກ​ງານ​ກະກຽມ​ໃຫ້​ແກ່​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ. ​ໃນ​ການ​ພົບ​ປະ​ຢູ່​ນອກ​ກອງ​ປະຊຸມ​ເສດຖະກິດ ອາ​ຊຽນ ອີ​ຢູ ຄັ້ງ​ທີ 1 ຢູ່​ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ, ສອງ​ຝ່າຍ​ໄດ້​ສຳ​ເລັດ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຈະ​ໄດ້​ເຕື້ອງ​ເຖິງ​ໃນ​ການ​ເຈລະຈາ​ການ​ຄ້າ​​ໃນ​ອະນາຄົດ. ​ເລື່ອງ​ສຳ​ເລັດ​ວຽກ​ງານ​ກະກຽມ​ນີ້ ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ເຈລະຈາ​ກດ້ານ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ.

ຫວຽດນາມ ຈະ​ແມ່ນ​ຄູ່​ຮ່ວມ​ມື​ທີ 3 ຂອງ​ສະຫະພາບ ​ເອີ​ລົບ ຢູ່ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຖັດຈາກ ສິງກະ​ໂປ ​ແລະ ມາ​ເລ​ເຊຍ ​ໃນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ.​ ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ ສະຫະພາບ​ເອີ​ລົບ ​ແລະ ຫວຽດນາມ ບັນລຸ​ກວ່າ 18 ຕື້ ​ເອີ​ໂຣ ​ໃນ​ປີ 2011. ສະຫະພາບ​ເອີ​ລົບ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໃຫຍ່​ສຸດ​ຢູ່ ຫວຽດນາມ ດ້ວຍ​ຈຳນວນ​ທຶນ​ເກືອບ 1.8 ຕື້ USD.

 

ຕອບກັບ

ຂ່າວ/ບົດ​ອື່ນ